ໃນສານ, ທ່ານ ຟ້າມມິງຈີ້ງ ເນັ້ນໜັກວ່າ ໃນວິວັດແຫ່ງການພັດທະນາ ແລະສ້າງສາປະເທດ, ຫວຽດນາມ ຍາມໃດກໍ່ຖືປະຊາຊົນເປັນໃຈກາງ, ເປັນເຈົ້າກໍາ ແລະກຳລັງໜູນໃຫ້ແກ່ການພັດທະນາ, ພ້ອມທັງສຸມໃສ່ສູງສຸດໃຫ້ແກ່ໃນການເບິ່ງແຍງດູແລ, ປົກປັກຮັກສາສຸຂະພາບ ແລະພັດທະນາມະນຸດ.

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຟ້າມມິງຈີ້ງ ຢັ້ງຢືນວ່າ ບັນດາບັນຫາທີ່ກ່ຽວຂ້ອງເຖິງສຸຂະພາບ ແລະມະນຸດ ແມ່ນມີລັກສະນະຮອບດ້ານ, ທົ່ວໂລກ, ທົ່ວປວງຊົນ, ສະນັ້ນຕ້ອງເຊີດຊູລັດທິຫຼາຍຝ່າຍ, ການຮ່ວມມື ແລະສາມັກຄີສາກົນ. ປະຊາຄົມໂລກຕ້ອງຮ່ວມແຮງຮ່ວມໃຈກັນ ເພື່ອແກ້ໄຂບັນດາສິ່ງທ້າທາຍລວມ ຄື: ພະຍາດໂຄວິດ-19, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະຊາກອນຜູ້ອາຍຸສູງ, ການຂາດເຂີນຊັບພະຍາກອນ... ທ່ານ ຟ້າມມິງຈີ້ງ ຮຽກຮ້ອງໃຫ້ບັນດາປະເທດພັດທະນາ ເພີ່ມທະວີການໜູນຊ່ວຍຢ່າງແຂງແຮງ ແລະມີປະສິດທິຜົນກວ່າໃຫ້ແກ່ບັນດາປະເທດພວມພັດທະນາກ່ຽວກັບວິທະຍາສາດ, ເຕັກໂນໂລຊີ, ແຫຼ່ງກໍາລັງ, ທຶນ, ພິເສດແມ່ນຊ່ວຍຜະລິດຢາປົວພະຍາດ ແລະວັກຊິນສະກັດກັ້ນ ແລະຕ້ານໂລກລະບາດ, ເພີ່ມທະວີການໃຫ້ຄໍາປຶກສາການສ້າງລະບອບລະບຽບການ, ບຳລຸງສ້າງຊັບພະຍາກອນມະນຸດ, ຍົກສູງກໍາລັງຄວາມສາມາດ ແລະຜັນຂະຫຍາຍນະໂຍບາຍປົກປັກຮັກສາ, ເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ.

ເນັ້ນໜັກເຖິງການສະໜັບສະໜູນຢ່າງແຂງແຮງຕໍ່ກັບ WHO ແລະກອງປະຊຸມສຸຂະພາບໂລກ, ທ່ານ ຟ້າມມິງຈີ້ງ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າ, ແບ່ງປັນບົດຮຽນປະສົບການ, ຄວາມຮູ້ ແລະບັນດາຜົນງານທີ່ບັນລຸໄດ້ກັບປະຊາຄົມໂລກ. ຫວຽດນາມ ໃຫ້ຄຳໝັ້ນສັນຍາລົງທຶນໃຫ້ແກ່ມະນຸດ, ປົກປັກຮັກສາ, ເບິ່ງແຍງດູແລສຸຂະພາບຂອງມະນຸດ, ປະກອບສ່ວນພ້ອມກັບບັນດາປະເທດໃນໂລກ ກໍ່ສ້າງໂລກ ໃຫ້ມີສຸຂະພາບເຂັ້ມແຂງ ແລະປະຊາຊົນຢູ່ໃນທຸກປະເທດ ລ້ວນແຕ່ເຂັ້ມແຂງ, ຮັບປະກັນບັນດາສິດ ແລະຜົນປະໂຫຍດອັນຊອບທຳຂອງມະນຸດ.

ກອງປະຊຸມສຸຂະພາບໂລກແມ່ນອົງການຕັດສິນໃຈສູງສຸດຂອງ WHO. ກອງປະຊຸມ ຄັ້ງທີ 78 ດ້ວຍຫົວຂໍ້ “ໂລກເພື່ອສຸຂະພາບ”, ໄດ້ຈັດຕັ້ງແຕ່ວັນທີ 19 ຫາວັນທີ 27 ພຶດສະພາ, ໂດຍສຸມໃສ່ເຂົ້າໃນການສິ້ນສຸດການເຈລະຈາຂໍ້ຕົກລົງສາກົນກ່ຽວກັບການສະກັດກັ້ນ ແລະຕ້ານໂລກລະບາດ, ພ້ອມທັງປຶກສາຫາລືບັນດາເນື້ອໃນບຸລິມະສິດ, ຄື: ຊຸກຍູ້ການປົກຄຸມການເບິ່ງແຍງດູແລສຸຂະພາບທົ່ວປວງຊົນ, ເພີ່ມທະວີລະບົບສາທາລະນະສຸກ ແລະແກ້ໄຂບັນດາພະຍາດບໍ່ຕິດແປດ.

ໂດຍ: ກວຽດເຕິມ