ສຳເລັດການກວດກາ COE, ກອງຊ່າງແສງຫວຽດນາມ ສືບຕໍ່ຢັ້ງຢືນກໍາລັງຄວາມສາມາດດ້ານວິຊາສະເພາະ
ກປ.ອອນໄລ - ວັນທີ 21 ພຶດສະພາ, ຄະນະກວດກາກໍາລັງຄວາມອາດສາມາດດ້ານອຸປະກອນ ຂອງສະຫະປະຊາຊາດ (COE) ນໍາໂດຍທ່ານ Raju Khadka ຫົວໜ້າຫ້ອງຄຸ້ມຄອງອຸປະກອນບັນດາປະເທດສົ່ງທະຫານ ໄດ້ດຳເນີນການກວດກາ COE ສໍາລັບກອງຊ່າງແສງເລກ 3 ຫວຽດນາມ ທີ່ເຂົ້າຮ່ວມຄະນະປະຕິບັດງານຄວາມໝັ້ນຄົງຊົ່ວຄາວຂອງສະຫະປະຊາຊາດ ຢູ່ Abyei (UNISFA).
    |
 |
ບັນຍາກາດການເຮັດວຽກຂອງການນໍາກອງຊ່າງແສງຫວຽດນາມ ກັບຄະນະກວດກາ COE ສະຫະປະຊາຊາດ. ພາບ: qdnd.vn |
ພາຍຫຼັງດຳເນີນບັນດາການເຄື່ອນໄຫວກວດກາ, ທ່ານ Raju Khadka ໄດ້ຕີລາຄາວ່າ ບັນດາອຸປະກອນຂອງກອງຊ່າງແສງຫວຽດນາມ ໄດ້ຮັກສາຢູ່ໃນລະດັບສູງ. ການກະກຽມຂອງກົມກອງ ເພື່ອຮັບເອົາອຸປະກອນຈາກຫວຽດນາມ ແມ່ນສຳຄັນຍິ່ງໃນການຮັກສາໜ້າທີ່ຂອງຄະນະປະຕິບັດງານ ແລະນໍາເອົາຜົນປະໂຫຍດມາໃຫ້ປະຊາຄົມຢູ່ Abeyi. ກອງຊ່າງແສງຫວຽດນາມ ພວມປະຕິບັດຫຼາຍໜ້າທີ່ໃນນັ້ນມີການເປີດເສັ້ນທາງສະໜອງຂອງຄະນະປະຕິບັດງານ UNISFA.
    |
 |
ກວດກາວຽກງານຮັບປະກັນການແພດຂອງກົມກອງ. ພາບ: qdnd.vn |
    |
 |
ກວດກາສະພາບເຕັກນິກຂອງອຸປະກອນ. ພາບ: qdnd.vn |
    |
 |
ອຸປະກອນທັງໝົດຂອງກອງຊ່າງແສງຫວຽດນາມ ຍາມໃດກໍຮັບປະກັນຄວາມພ້ອມສູງສຸດ. ພາບ: qdnd.vn |
ການກວດກາ COE ບໍ່ພຽງແຕ່ແມ່ນໂອກາດເພື່ອຢັ້ງຢືນກຳລັງຄວາມສາມາດເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ກອງຊ່າງແສງຫວຽດນາມ ຍົກສູງຄຸນນະພາບການຄຸ້ມຄອງ ແລະນຳໃຊ້ອຸປະກອນຕາມມາດຕະຖານສາກົນ, ສືບຕໍ່ຢັ້ງຢືນຄວາມເປັນມືອາຊີບຂອງທະຫານໝວກເບເລສີຟ້າຫວຽດນາມ.
    |
 |
ຜັນຂະຫຍາຍວຽກງານກະກຽມໃຫ້ແກ່ການເຄື່ອນໄຫວກວດກາ COE. ພາບ: qdnd.vn |
ທ່ານພັນໂທ ຟ້າມຫງອັກເອົາ ຮອງຫົວໜ້າກອງຊ່າງແສງເລກ 3 ແບ່ງປັນວ່າ “ພວກຂ້າພະເຈົ້າ ກຳນົດວ່າ ການກວດກາ COE ບໍ່ພຽງແຕ່ແມ່ນຄວາມຮຽກຮ້ອງຕ້ອງການດ້ານວິຊາສະເພາະ ເທົ່ານັ້ນ ຫາກຍັງແມ່ນກາລະໂອກາດເພື່ອຢັ້ງຢືນຄວາມເປັນມືອາຊີບ ແລະຄວາມສາມາດກຽມພ້ອມສູ້ຮົບຂອງກຳລັງຊ່າງແສງຫວຽດນາມ ໃນສະພາບແວດລ້ອມເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ. ເພາະສະນັ້ນ, ທົ່ວກອງຊ່າງແສງໄດ້ເປັນເຈົ້າການ, ມີຫົວຄິດປະດິດສ້າງໃນການຜັນຂະຫຍາຍແຜນການກະກຽມ, ເອົາໃຈໃສ່ແຕ່ລະລາຍການ, ຮັບປະກັນໃຫ້ຖືກຕ້ອງ - ຄົບຖ້ວນ - ບັນລຸມາດຕະຖານ”.
ສ່ວນທ່ານພັນຕີ ຈູວັນເຟືອງ, ຫົວໜ້າໜ່ວຍຂົວທາງ ໃຫ້ຮູ້ວ່າ “ພວກຂ້າພະເຈົ້າ ຍາມໃດກໍຊາບຊຶມທິດນໍາຢູ່ສະເໝີ “ເຮັດຈິງ, ໃຊ້ແທ້, ກວດກາຕົວຈິງ”, ເຖິງວ່າບໍ່ໄດ້ຮັບການກວດກາກໍ່ຕາມ ແຕ່ອຸປະກອນທັງໝົດຍັງຮັກສາ, ນໍາໃຊ້ຖືກຕາມຂັ້ນຕອນ, ຮັບປະກັນຄວາມພ້ອມສູງສຸດ.
ໂດຍ: ໄຊຊະນະ