ງານວາງສະແດງຮູບພາບໄດ້ນຳສະເໜີພາບຂາວດຳ ແລະສີ ເກືອບ 20 ແຜ່ນກ່ຽວກັບປະເທດ, ປະຊາຊົນຂອງແຕ່ລະປະເທດ. ພິເສດ, ບັນດາຮູບພາບໄດ້ບັນທຶກວິວັດການພັດທະນາການພົວພັນສອງຝ່າຍດ້ວຍບັນດາຜົນງານສຳຄັນໃນຫຼາຍຂົງເຂດການເມືອງ, ການທູດ, ເສດຖະກິດ-ການຄ້າ-ການລົງທຶນ, ວັດທະນະທຳ, ການສຶກສາ-ກໍ່ສ້າງ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ...

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ ຢ້ຽມຊົມງານວາງສະແດງຮູບພາບກ່ຽວກັບການພົວພັນ ຫວຽດນາມ-ໄທ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຟ້າມມິງຈີ້ງ ແລະທ່ານນາງ ແພທອງທານ ຊິນນະວັດ ໄດ້ຊົມນັກສິລະປະກອນ ສະແດງບັນດາຜະລິດຕະພັນ ແລະຮັບຟັງການນຳສະເໜີກ່ຽວກັບອາຊີບຫັດຖະກຳທີ່ເປັນເອກະລັກສະເພາະຂອງຫວຽດນາມ ເຊັ່ນ: ອາຊີບປັ້ນຕໍ່ແຮ, ເຮັດກຸບ, ເຄື່ອງປັ້ນດິນເຜົາ, ເຄື່ອງໄມ້ຫັດຖະກຳ, ຖັກແສ່ວ, ເຮັດຮູບແຕ້ມພື້ນເມືອງ...

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທ ທີ່ການພົບປະ. ພາບ: ເລິມຫຽນ

* ຕອນບ່າຍວັນທີ 15 ພຶດສະພາ, ຢູ່ທີ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ພົບປະກັບທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ ທີ່ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ຄະນະລັດຖະບານຮ່ວມ ຫວຽດນາມ - ໄທ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນທີ່ການພົບປະ. ພາບ: ເລິມຫຽນ
leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ  ແລະສະມາຊິກຄະນະຜູ້ແທນຫວຽດນາມ ທີ່ການພົບປະ. ພາບ: ເລິມຫຽນ

ທີ່ການພົບປະ, ທ່ານ ເຈິ່ນແທັງເໝິນ ຢືນຢັນວ່າ ຫວຽດນາມ ຕີລາຄາສູງບົດບາດຂອງໄທ ຢູ່ພາກພື້ນອາຊຽນ ແລະໃນເວທີສາກົນ ກໍຄືການປະກອບສ່ວນຂອງລັດຖະບານໄທ ໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນຢູ່ພາກພື້ນ; ສະເໜີ ໄທ ສືບຕໍ່ສົມທົບກັບຫວຽດນາມ ແລະບັນດາປະເທດ ຮັກສາທັດສະນະລວມຂອງອາຊຽນ ກ່ຽວກັບທະເລຕາເວັນອອກ, ສູ້ຊົນກໍ່ສ້າງທະເລຕາເວັນອອກ ໃຫ້ກາຍເປັນທະເລແຫ່ງສັນຕິພາບ ແລະຮ່ວມມື.

leftcenterrightdel
ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ ກ່າວຄໍາເຫັນທີ່ການພົບປະ. ພາບ: ເລິມຫຽນ
leftcenterrightdel
ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ ແລະສະມາຊິກຄະນະຜູ້ແທນຂັ້ນສູງລັດຖະບານ ໄທ ທີ່ການພົບປະ. ພາບ: ເລິມຫຽນ.

ທ່ານປະທານສະພາແຫ່ງຊາດ ສະເໜີສອງຝ່າຍສາມາດໝູນໃຊ້ທ່າໄດ້ປຽບໜູນຊ່ວຍກັນໃນບັນດາຂົງເຂດ, ຄື: ເສດຖະກິດດີຈີຕອນ, ພະລັງງານສີຂຽວ, ຕ່ອງໂສ້ການສະໜອງພາກພື້ນ ແລະກະສິກຳອັດສະລິຍະ, ໝູນໃຊ້ບັນດາສັນຍາການຄ້າເສລີ, ຄື: ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ເພື່ອບັນລຸໄດ້ເປົ້າໝາຍວົງເງິນການຄ້າ 25 ຕື້ໂດລາສະຫະລັດ ໃນປີ 2030. ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການ ແລະການຮ່ວມມືຢ່າງແໜ້ນແຟ້ນກັບໄທ ໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ, ຄື: ກະສິກໍາເຕັກໂນໂລຊີສູງ, ການຫັນເປັນສີຂຽວ ແລະການພັດທະນາແບບຍືນຍົງ.

ກ່ຽວກັບການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ, ທ່ານ ເຈິ່ນແທັງເໝິນ ຕີລາຄາສູງການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະໄທ ທີ່ນັບມື້ນັບໄດ້ຮັບການຊຸກຍູ້ ແລະພັດທະນາອັນດີງາມຢ່າງບໍ່ຢຸດຢັ້ງ. ຕີລາຄາສູງການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດ ໄທ ໃນບັນດາເວທີປາໄສລັດຖະສະພາພາກພື້ນ ແລະສາກົນ, ຄື: ສະຫະພັນລັດຖະສະພາສາກົນ (IPU) ແລະລັດຖະສະພາລະຫວ່າງຊາດອາຊຽນ (AIPA), ທ່ານ ເຈິ່ນແທັງເໝິນ ຖືວ່າ ການຮ່ວມມືນີ້ບໍ່ພຽງແຕ່ຊ່ວຍປັບປຸງການພົວພັນສອງຝ່າຍເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນ ຢູ່ພາກພື້ນອາຊຽນ ອີກດ້ວຍ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ເລິມຫຽນ

ສ່ວນທ່ານນາງ ແພທອງທານ ຊິນນະວັດ ເນັ້ນໜັກວ່າ ສອງປະເທດມີຫຼາຍຈຸດຄ້າຍຄືກັນ ແລະທັງສອງຝ່າຍລ້ວນແຕ່ມີທີ່ຕັ້ງ, ບົດບາດສຳຄັນໃນນະໂຍບາຍການຕ່າງປະເທດຂອງກັນ ແລະກັນ; ຖືວ່າການເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງປະເທດແມ່ນມີຄວາມໝາຍທີ່ສຸດໃນສະພາບການພາກພື້ນ ແລະສາກົນ ມີສິ່ງທ້າທາຍນາໆປະການຄືໃນປະຈຸບັນ; ສະເໜີສອງຝ່າຍຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະຢ້ຽມຢາມເຊິ່ງກັນ ແລະກັນ, ເປີດກວ້າງການຮ່ວມມືລະຫວ່າງບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບຂອງສອງປະເທດ, ພິເສດແມ່ນການແລກປ່ຽນປະສົບການໃນຂົງເຂດນິຕິບັນຍັດ ແລະສົມທົບກັນຢູ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ.

ການນຳສອງທ່ານ ຖືວ່າ ປະຊາຊົນສອງປະເທດມີການພົວພັນສະໜິດສະໜົມ, ແບ່ງປັນວັດທະນະທຳທີ່ຄ້າຍຄືກັນຫຼາຍຢ່າງ, ເຫັນດີສະເໜີວ່າ ໃນໄລຍະຈະມາເຖິງສອງປະເທດຄວນຍູ້ແຮງການພົບປະແລກປ່ຽນປະຊາຊົນ, ການຮ່ວມມືດ້ານການທ່ອງທ່ຽວ, ເພີ່ມທະວີການເຊື່ອມຕໍ່ການບິນ, ທາງລົດໄຟ ແລະການແຮກສ່ຽວລະຫວ່າງທ້ອງຖິ່ນຕ່າງໆ.

ໂດຍ: ໄຊຊະນະ