leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ຕາມຂໍ້ມູນຂອງນັກການທູດຝ່າຍຕາເວັນຕົກທ່ານໜຶ່ງ ໃຫ້ຮູ້ ໃນວັນທີ 3 ກໍລະກົດ ແລ້ວ, ກ່ອນທີ່ຈະຈັດກອງປະຊຸມສຸດຍອດນາໂຕ ຢູ່ນະຄອນຫຼວງວໍຊິງຕັນ, ອາເມລິກາ ເປັນເວລາ 1 ອາທິດ, ທ່ານເລຂາທິການໃຫຍ່ ນາໂຕ Jens Stoltenberg ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ຮັກສາລະດັບການໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ ຄືໃນຊຸມປີຜ່ານມາ, ນັບແຕ່ເກີດການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ ເມື່ອເດືອນ ກຸມພາ 2022, ໝາຍຄວາມວ່າເທົ່າກັບປະມານ 40 ຕື້ເອີໂລ/ປີ. ການນຳບັນດາປະເທດສະມາຊິກນາໂຕ ຈະຮັບຮອງເອົາຄຳໝັ້ນສັນຍາດັ່ງກ່າວໃນອາທິດຈະມາເຖິງ.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 2 ກໍລະກົດ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Lloyd Austin ໃຫ້ຮູ້ວ່າ, ອາເມລິກາ ຈະໜູນຊ່ວຍບ້ວງເງິນຄວາມໝັ້ນຄົງໃໝ່ທີ່ມີມູນຄ່າ 2,3 ຕື້ໂດລາສະຫະລັດ ໃຫ້ແກ່ ຢູແກຼນ, ລວມທັງບັນດາອາວຸດປ້ອງກັນອາກາດ ແລະປືນຕໍ່ສູ້ລົດຖັງສຳຄັນ.

ແຫຼ່ງຄັດຈາກ: vovworld.vn