leftcenterrightdel
ພາບປະກອບ: AFP/ສໍານັກຂ່າວສານຫວຽດນາມ

ທີ່ວາລະປະຊຸມຄົບຄະນະ, ສະພາສູງໄດ້ເຫັນດີຮັບຮອງເອົາຂໍ້ສະເໜີຂອງສະພາແຫ່ງຊາດສະຫະພັນລັດເຊຍ ຢຸດຕິການເຂົ້າຮ່ວມ OSCE PA ຂອງຄະນະຜູ້ຕາງໜ້າລັດເຊຍ ແລະຢຸດຕິຈ່າຍຄ່າທຳນຽມໃຫ້ແກ່ອົງການນີ້. ບັນດາສະມາຊິກລັດຖະສະພາລັດເຊຍ ກໍ່ເນັ້ນໜັກວ່າ, ແທນທີ່ສ້າງເງື່ອນໄຂໃຫ້ແກ່ເລື່ອງແລກປ່ຽນທັດສະນະມີລັກສະນະສ້າງສັນ ແລະສ້າງໂຄງການດຳເນີນງານລວມທີ່ເປັນເອກະພາບ, ແຕ່ OSCE PA ພວມຖືກນຳໃຊ້ຄືດັ່ງເຄື່ອງມືຫັນເປັນການເມືອງເພື່ອຈຸດປະສົງປະຕິບັດແນວທາງຕ້ານລັດເຊຍ.ບັນດາສະມາຊິກລັດຖະສະພາ ລັດເຊຍ ຢືນຢັນວ່າ, ຄະນະຜູ້ຕາງໜ້າຂອງປະເທດນີ້ພ້ອມທີ່ຈະກັບຄືນສູ່ສະພາຖ້າຫາກການນຳຂອງອົງການ ແລະສະມາຊິກຈຳນວນໜຶ່ງພິຈາລະຈາຄືນໃໝ່ວິທີສຳຜັດໃນການແກ້ໄຂບັນດາບັນຫາຮີບດ່ວນດ້ານຄວາມໝັ້ນຄົງເອີລົບ ໃນປະຈຸບັນ.

ແຫຼ່ງຄັດຈາກ: vovworld.vn