ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານນາງ Karine Jean Pierre, ເລຂາສື່ມວນຊົນທຳນຽບຂາວໃຫ້ຮູ້ວ່າ, ທ່ານປະທານາທິບໍດີ Biden ຈະສືບຕໍ່ເຂົ້າຮ່ວມການສະໝັກເລືອກຕັ້ງ ແລະສິ່ງດັ່ງກ່າວໄດ້ຢືນຢັນຜ່ານບັ້ນຫາສຽງເລືອກຕັ້ງຂອງທ່ານ. ແຈ້ງການສື່ມວນຊົນຂອງທຳນຽບຂາວທີ່ໄດ້ຍົກອອກມານັ້ນແມ່ນເພື່ອປະຕິເສດຂໍ້ມູນຂ່າວທີ່ວ່າ ທ່ານປະທານາທິບໍດີ Joe Biden ພວມຊັ່ງຊາຖອນຕົວອອກຈາກການຊ່ວງເສັງເຂົ້າທຳນຽບຂາວ, ພາຍຫຼັງການໂຕ້ວາທີທີ່ໜ້າຜິດຫວັງຫວ່າງມໍ່ໆມານີ້ກັບທ່ານອະດີດປະທານາທິບໍດີ Donald Trump.

ໃນຂະນະນັ້ນ, ຕາມການຢັ່ງຫາງສຽງຫຼ້າສຸດຂອງ Ipsos ແລ້ວ, ການສະໜັບສະໜູນຂອງຜູ້ມີສິດເລືອກຕັ້ງສຳລັບທ່ານປະທານາທິບໍດີ Joe Biden ໃນອາທິດນີ້ໄດ້ເພີ່ມຂຶ້ນແບບບໍ່ຄາດຄິດ.

ແຫຼ່ງຄັດຈາກ: vovworld.vn