ກອງປະຊຸມສຸດຍອດ 3 ຝ່າຍຄັ້ງທຳອິດ ລະຫວ່າງອາເມລິກາ, ຍີ່ປຸ່ນ ແລະຟີລິບປິນ ໄດ້ດຳເນີນໃນວັນທີ 11 ເມສາ ຢູ່ວໍຊິງຕັນ, ອາເມລິກາ. ພາຍຫຼັງກອງປະຊຸມ, ບັນດາຝ່າຍໄດ້ອອກຖະແຫຼງການວິໄສທັດລວມລະຫວ່າງສາມປະເທດ. ກອງປະຊຸມສຸດຍອດມີການເຂົ້າຮ່ວມຂອງທ່ານປະທານາທິບໍດີ ອາເມລິກາ Joe Biden, ທ່ານປະທານາທິບໍດີຟີລິບປິນ Ferdinand Marcos, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio.

leftcenterrightdel
ທ່ານປະທານາທິບໍດີຟີລິບປິນ Ferdinand Marcos, ທ່ານປະທານາທິບໍດີອາເມລິກາ Joe Biden ແລະທ່ານນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio. ພາບ: Nikkei

ຖະແຫຼງການຮ່ວມ ອາເມລິກາ - ຍີ່ປຸ່ນ - ຟີລິບປິນ ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາລວມກ່ຽວກັບມະຫາສະໝຸດ ອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ, ເຊື່ອມຕໍ່, ວັດທະນາຖາວອນ, ປອດໄພ, ກວມລວມ ແລະເພີ່ມຄວາມເຂັ້ມແຂງດ້ວຍຕົນເອງ. ການນຳສາມປະເທດ ຢັ້ງຢືນຈະສະໜັບສະໜູນຕໍ່ບົດບາດເປັນໃຈກາງ ແລະມີລັກສະນະເປັນເອກະພາບຂອງອາຊຽນ ກໍ່ຄືວິໄສທັດມະຫາສະໝຸດ ອິນເດຍ - ປາຊີຟິກ ຂອງອາຊຽນ. ຖະແຫຼງການຮ່ວມກໍ່ເນັ້ນໜັກເຖິງການສະໜັບສະໜູນພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ ແຫ່ງສັນຕິພາບ, ມີສະຖຽນລະພາບ ແລະອີງຕາມກົດໝາຍ.

ແຫຼ່ງຄັດຈາກ: vovworld.vn