leftcenterrightdel
ທ່ານ Dmitri Peskov ໂຄສົກວັງ Kremlin. ພາບ: REUTERS/Ramil Sitdikov

ວິຈານກ່ຽວກັບຄຳເຫັນຂອງຫ້ອງວ່າການປະທານາທິບໍດີ ຢູແກຼນ Volodymyr Zelensky ທີ່ກ່ຽວຂ້ອງເຖິງຄວາມສາມາດລັດເຊຍ ສະໜອງບັນດາມາດຕະການຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ, ທ່ານ Peskov ຢັ້ງຢືນວ່າ: “ແນ່ນອນວ່າ, ພ້ອມກັບບັນດາບັນຫາອື່ນ, ພິເສດແມ່ນບັນຫາຜືນແຜ່ນດິນ, ເນື້ອໃນຮັບປະກັນຄວາມໝັ້ນຄົງກໍນອນໃນໂຄງການດຳເນີນງານຂອງບັນດາການເຈລະຈາ”.

ທ່ານ Peskov ກໍໃຫ້ຮູ້ວ່າ ລັດເຊຍ ຍັງຊັ່ງຊາຄວາມສາມາດສືບຕໍ່ເຈລະຈາກັບ ອາເມລິກາ ກ່ຽວກັບບັນຫາ ຢູແກຼນ. ປັດຈຸບັນ, ບັນດາການແລກປ່ຽນກັບອາເມລິກາ ໃນຂອບເຂດກຸ່ມປະຕິບັດງານກ່ຽວກັບບັນດາບັນຫາເສດຖະກິດຍັງຄົງດຳເນີນເປັນປົກກະຕິ. ມົດສະກູ ຕີລາຄາສູງບັນດາຄວາມມານະພະຍາຍາມໄກ່ເກ່ຍຂອງວໍຊິງຕັນ, ແຕ່ເນັ້ນໜັກວ່າ ກ່ອນອື່ນໝົດລັດເຊຍ ຕ້ອງອີງໃສ່ຕົນເອງ ແລະປົກປ້ອງຜົນປະໂຫຍດແຫ່ງຊາດ.

ແຫຼ່ງຄັດຈາກ: vovworld.vn