ນັບແຕ່ຮຸ່ງເຊົ້າ, ຢູ່ສະໜາມຫຼວງ ຫຼັກທີ 5, ຕາແສງທຸກຟ໊ານ, ແຂວງກາວບັງ, ໄດ້ມີສີສັນປະດັບປະດາດ້ວຍທຸງ, ປ້າຍໂຄສະນາ, ຄຳຂວັນ ແລະສຽງກອງງານບຸນຢ່າງຄຶກຄື້ນມ່ວນຊື່ນ, ສຽງຕົບມືຊົມເຊີຍ, ລະດົມກຳລັງໃຈໃຫ້ຊາວໜຸ່ມທີ່ນຸ່ງເຄື່ອງແບບທະຫານທີ່ມາເຕົ້າໂຮມກັນ, ກະກຽມອອກເດີນທາງໄປປະຕິບັດພັນທະການທະຫານ.

ໂອ້ລົມກັບພວກຂ້າພະເຈົ້າ ກ່ອນພິທີມອບ-ຮັບທະຫານ, ທ່ານ ເລຫາຍຮວ່າ, ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງກາວບັງ,  ປະທານສະພາພັນທະການທະຫານແຂວງກາວບັ່ງ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ວຽກງານຄັດເລືອກເຂົ້າເປັນທະຫານຂອງແຂວງກາວບັງ ຍາມໃດກໍ່ສຳເລັດຄາດໝາຍ 100%. ອັດຕາຊາວໜຸ່ມສະໝັກເຂົ້າເປັນທະຫານ ແລະຄຸນນະພາບຊາວໜຸ່ມເຂົ້າເປັນທະຫານນັບມື້ນັບດີຂຶ້ນ.

ແລກປ່ຽນກັບການນຳກອງບັນຊາການທະຫານແຂວງກາວບັ່ງ, ຂ້າພະເຈົ້າ ຈຶ່ງຮູ້ໄດ້ວ່າ: ພາຍຫຼັງການປະຕິບັດອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ການສົມທົບລະຫວ່າງອົງການທະຫານ, ເປັນຕົ້ນແມ່ນກອງບັນຊາການປ້ອງກັນເຂດກັບບັນດາຕາແສງ ໃນການຄັດເລືອກ, ຮຽກພົນລະເມືອງເຂົ້າເປັນທະຫານ ໄດ້ດຳເນີນໄປຢ່າງຄົບຊຸດ, ມີວິທະຍາສາດ, ຮັບປະກັນຖືກຕ້ອງຕາມກົດໝາຍ, ເປີດເຜີຍ, ໂປ່ງໃສ ແລະຍຸຕິທຳ. ຂັ້ນແຂວງໄດ້ຊີ້ນຳໂດຍກົງ, ວາງຄາດໝາຍ, ແນະນໍາຂັ້ນຕອນ; ຂະບວນການປະຕິບັດ, ເພີ່ມທະວີການກວດກາ, ຕິດຕາມກວດກາແນໃສ່ແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ. ບັນດາຕາແສງ ກໍາໄດ້ຈຳນວນພົນລະເມືອງຢູ່ໃນເກນອາຍຸໃດ, ສົມທົບແໜ້ນແຟ້ນກັບອົງການທະຫານ ແລະອົງການຈັດຕັ້ງມະຫາຊົນເພື່ອກວດກາຄືນ, ຈົດທະບຽນ, ຄຸ້ມຄອງ, ກວດຜ່ານມາດຕະຖານດ້ານການເມືອງ, ສຸຂະພາບ, ລະດັບຄວາມຮູ້ດ້ານວັດທະນະທໍາຕາມຂໍ້ກໍານົດຂອງກົດໝາຍວ່າດ້ວຍພັນທະການທະຫານ; ຍູ້ແຮງການໂຄສະນາ, ສຶກສາອົບຮົມມູນເຊື້ອຮັກຊາດ, ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບຂອງຊາວໜຸ່ມ ແລະຄອບຄົວກ່ຽວກັບພັນທະໃນການປົກປັກຮັກສາປະເທດຊາດ; ພ້ອມທັງປະຕິບັດນະໂຍບາຍແນວຫຼັງກອງທັບໃຫ້ເປັນຢ່າງດີ, ສ້າງຄວາມເຫັນດີເຫັນພ້ອມໃນປະຊາຊົນ.

ກ່າວຄຳເຫັນລະດົມກໍາລັງໃຈຊາວໜຸ່ມເຂົ້າເປັນທະຫານ, ທ່ານ ເລຫາຍຮວ່າ ເນັ້ນໜັກວ່າ: “ນັບແຕ່ມື້ນີ້ເປັນຕົ້ນໄປ, ບັນດາສະຫາຍໄດ້ກ້າວເຂົ້າສູ່ສະພາບແວດລ້ອມກອງທັບ ແລະຕຳຫຼວດຢ່າງເປັນທາງການ-ແມ່ນສະພາບແວດລ້ອມແຫ່ງການມີລະບຽບວິໄນ, ຄຸນທາດ ແລະກຽດສັກສີ, ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍມູນເຊື້ອແຫ່ງບ້ານເກີດເມືອງນອນປະຕິວັດ, ວິລະຊົນ, ບັນດາສະຫາຍຈະເຕີບໃຫຍ່ຢ່າງວ່ອງໄວ, ມານະພະຍາຍາມຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ເປັນເຈົ້າຂອງດ້ານເຕັກນິກ, ຍຸດທະວິທີ, ປະຕິບັດສຳເລັດໜ້າທີ່ທີ່ໄດ້ມອບໝາຍ. ຈົ່ງຈື່ຈຳໄວ້ສະເໝີວ່າເບື້ອງຫຼັງພວກສະຫາຍແມ່ນຄອບຄົວ, ບ້ານເກີດເມືອງນອນ ແລະປະຊາຊົນຍາມໃດກໍ່ຕິດຕາມ,  ເຊື່ອໝັ້ນ ແລະພາກພູມໃຈ”.

ອ້າຍບ່າວ ເລືອງບ໋າວແອັງ (ບ້ານເກີດຢູ່ຕາແສງງວຽນບິ່ງ), ຫາກໍ່ຮຽນຈົບມະຫາວິທະຍາໄລກົດໝາຍຮ່າໂນ້ຍ ປີ 2025, ໄດ້ຂຽນໃບສະໝັກຂໍເຂົ້າເປັນທະຫານ, ແບ່ງປັນວ່າ: “ໄປເປັນທະຫານບໍ່ພຽງແຕ່ເປັນການປະຕິບັດພັນທະອັນສັກສິດຂອງປະເທດຊາດເທົ່ານັ້ນ, ແຕ່ຍັງເປັນກາລະໂອກາດທີ່ດີເພື່ອໃຫ້ຂ້າພະເຈົ້າ ແລະຊາວໜຸ່ມຄົນອື່ນໆໄດ້ຝຶກຝົນຫຼໍ່ຫຼອມຄຸນທາດ, ເຈດຈໍານົງ, ເຕີບໃຫຍ່ໃນຊີວິດ. ສະພາບແວດລ້ອມໃນກອງທັບຈະຊ່ວຍໃຫ້ພວກຂ້າພະເຈົ້າໄດ້ຮຽນຮູ້ກ່ຽວກັບລະບຽບວິໄນ, ຈິດໃຈເພື່ອນຮ່ວມກົມກອງ, ຄວາມອົດທົນພາກພຽນ ແລະຄວາມຮັບຜິດຊອບ - ເປັນພື້ນຖານອັນລໍ້າຄ່າໃຫ້ແກ່ອະນາຄົດ".

leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບຊໍ່ດອກໄມ້ອວຍພອນ, ລະດົມກໍາລັງໃຈຊາວໜຸ່ມແຂວງກາວບັ່ງ ເຂົ້າເປັນທະຫານ. ພາບ: ເຊີນບີ່ງ

ທີ່ພິທີມອບ-ຮັບທະຫານ, ທ່ານພົນເອກ ຟານວັນຢາງ ພ້ອມກັບບັນດາຜູ້ແທນໄດ້ມອບຊໍ່ດອກໄມ້, ລະດົມກໍາລັງໃຈບັນດາຊາວໜຸ່ມທີ່ເຂົ້າເປັນທະຫານ. ພາບພົດຂອງລັດຖະມົນຕີກະຊວງປ້ອງກັນປະເທດ ຈັບມືກັບນັກຮົບໃໝ່ແຕ່ລະຄົນ, ຖາມຂ່າວຄາວກ່ຽວກັບສະພາບຄອບຄົວ, ຕັກເຕືອນໃຫ້ນັກຮົບໃໝ່ເສີມຂະຫຍາຍມູນເຊື້ອປະຕິວັດ ແຫ່ງບ້ານເກີດເມືອງນອນ, ມານະພະຍາຍາມຮ່ຳຮຽນ, ຝຶກແອບ, ປະຕິບັດຂໍ້ກຳນົດ, ລະບຽບວິໄນຂອງກອງທັບຢ່າງເຂັ້ມງວດ... ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃນໝູ່ປະຊາຊົນ, ເປັນຕົ້ນແມ່ນນັກຮົບໃໝ່. ທ່ານພົນເອກ ຟານວັນຢາງ ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍຈິດໃຈປະຈັນບານຂອງໄວໜຸ່ມ, ຊາວໜຸ່ມກາວບັ່ງ ຈະເຊື່ອມຕົວເຂົ້າກັບສະພາບແວດລ້ອມຂອງການເຂົ້າເປັນທະຫານໄດ້ຢ່າງວ່ອງໄວ, ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ. ການໂອ້ລົມ, ລະດົມກໍາລັງໃຈຢ່າງຈິງໃຈ, ໃກ້ຊິດຕິດແທດຂອງທ່ານພົນເອກ ຟານວັນຢາງ ແນ່ນອນວ່າຈະສ້າງຄວາມເຊື່ອໝັ້ນ ແລະກໍາລັງໜູນກວ່າອີກໃຫ້ແກ່ນັກຮົບໃໝ່ບົນເສັ້ນທາງການໄປເປັນທະຫານໃນຕໍ່ໜ້າ.

ມີໜ້າທີ່ພິທີ, ຜູ້ປົກຄອງຫຼາຍຄົນຮູ້ສຶກດີໃຈ ແລະເອກອ້າງທະນົງໃຈເມື່ອເຫັນລູກຫຼານໄດ້ຮັບຄວາມເອົາໃຈໃສ່, ລະດົມກໍາລັງໃຈຈາກການນຳກະຊວງປ້ອງກັນປະເທດ ແລະບັນດາຜູ້ແທນເຂົ້າຮ່ວມ. ພໍ່ເຖົ້າ ເຢືອງວັນຈື (ອາຍຸ 75 ປີ, ຢູ່ຕາແສງທຸກຟ໊ານ) ໃຫ້ຮູ້ວ່າ: “ຂ້າພະເຈົ້າ ເປັນກຽດທີ່ສຸດທີ່ໄດ້ເປັນນັກຮົບຊາຍແດນ ເປັນເວລາ 7 ປີ, ປະຕິບັດໜ້າທີ່ປົກປັກຮັກສາຊາຍແດນຂອງປະເທດຊາດ, ໃນຊຸມມື້ຜ່ານມາ, ຂ້າພະເຈົ້າໄດ້ຕັກເຕືອນໃຫ້ຫຼານຊາຍ ເຢືອງກວນບ໋າວ ວ່າ: ການເຂົ້າໃນກອງທັບແມ່ນສະພາບແວດລ້ອມທີ່ມີລະບຽບວິໄນ, ຝຶກຝົນຫຼໍ່ຫຼອມໃຫ້ເປັນຜູ້ເປັນຄົນໃຫ້ເຕີບໃຫຍ່ໃນທຸກດ້ານ. ຍ້ອນແນວນັ້ນ, ຫຼານຕ້ອງປະຕິບັດຕາມຄຳສັ່ງຂອງຜູ້ບັນຊາການທຸກຂັ້ນຢ່າງເຂັ້ມງວດ, ສູ້ຊົນປະຕິບັດສຳເລັດໜ້າທີ່ທີ່ໄດ້ມອບໝາຍ”.

ໃຫ້ຄຳໝັ້ນສັນຍາກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ແລະປະຊາຊົນ, ທ່ານພັນໂທ ຮວ່າງຊວນເຈື່ອງ, ຫົວໜ້າການທະຫານກອງພັນໃຫຍ່ 852 (ກອງບັນຊາການທະຫານແຂວງກາວບັ່ງ) ເວົ້າວ່າ: “ພວກຂ້າພະເຈົ້າ ຕັດສິນໃຈຈັດຕັ້ງການຄຸ້ມຄອງ, ອົບຮົມຫັດແອບ, ສຶກສາອົບຮົມ ແລະຝຶກຝົນຫຼໍ່ຫຼອມເພື່ອໃຫ້ບັນດານັກຮົບໃນທຸກວັນນີ້ ຍາມໃດກໍ່ມີຄຸນທາດການເມືອງທີ່ໝັ້ນຄົງ, ຈົ່ງຮັກພັກດີຕໍ່ພັກ, ປະເທດຊາດ, ປະຊາຊົນ ແລະພາລະກິດປະຕິວັດ; ມີຄວາມຮູ້ດ້ານເຕັກນິກ, ຍຸດທະວິທີສູງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່, ຍາມໃດກໍ່ພ້ອມແລ້ວທີ່ຈະຮັບ ແລະປະຕິບັດສຳເລັດໜ້າທີ່”.

ພິທີມອບ-ຮັບທະຫານໄດ້ດຳເນີນໄປຢ່າງວ່ອງໄວ ແຕ່ສົມກຽດ ແລະອົບອຸ່ນ, ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຢູ່ໃນໃຈຂອງທຸກໆຄົນ. ສິ້ນສຸດພິທີ, ຂະບວນລົດໄດ້ອອກເດີນທາງພານັກຮົບມຸ່ງໜ້າໄປຫາກົມກອງດ້ວຍການໂບກມືອຳລາ ແລະຄຳອວຍພອນອັນປະເສີດ, ຝາກຝັງຄວາມເຊື່ອໝັ້ນວ່າ ບັນດານັກຮົບຈະສົມເປັນທະຫານລຸງໂຮ່ໃນໄລຍະໃໝ່, ປະກອບສ່ວນກໍ່ສ້າງກອງທັບປະຕິວັດ, ມີລະບຽບແບບແຜນ, ແຫຼມຄົມ, ທັນສະໄໝ, ປົກປັກຮັກສາປະເທດຊາດຢ່າງໝັ້ນຄົງ.

ໂດຍ: ເຈິ່ນຮວ່ຽນ