ອາເມລິກາ ອາດຈະຍົກລະດັບພາສີນຳເຂົ້າທົ່ວໂລກຂຶ້ນ 15% ໃນອາທິດນີ້
ທ່ານ Donald Trump ປະທານາທິບໍດີ ອາເມລິກາ ພວມສົ່ງເສີມການຍົກລະດັບພາສີນຳເຂົ້າຈັດວາງໃສ່ຫຼາຍປະເທດແຕ່ 10% ຂຶ້ນ 15% ໃນອາທິດນີ້ຢ່າງທັນທີ, ພ້ອມທັງຍູ້ໄວບັນດາການສືບສວນການຄ້າເພື່ອສ້າງພື້ນຖານນິຕິກຳໃຫ້ແກ່ລະບົບພາສີອາກອນໃໝ່.