leftcenterrightdel
ທ່ານ Stephane Sejourne ຮອງປະທານຜູ້ບໍລິຫານຮັບຜິດຊອບຄວາມຈະເລີນຮຸ່ງເຮືອງ ແລະຍຸດທະສາດອຸດສາຫະກຳຂອງ EC. ພາບ: REUTERS

ວັນທີ 4 ມີນາ, ຄະນະກຳມະການເອີລົບ (EC) ໄດ້ປະກາດຈະປົກປ້ອງຜົນປະໂຫຍດລວມຂອງສະຫະພາບເອີລົບ (EU) ພາຍຫຼັງ ທ່ານປະທານາທິບໍດີ ອາເມລິກາ Donald Trump ນາບຂູ່ຢຸດຕິທຸກການພົວພັນທາງການຄ້າ ກັບ ແອັດສະປາຍ ເຊິ່ງກ່ຽວຂ້ອງເຖິງການປະທະກັນທີ່ພວມເກີດຂຶ້ນຢູ່ເຂດຕາເວັນອອກກາງ. ທ່ານ Stephane Sejourne ຮອງປະທານຜູ້ບໍລິຫານຮັບຜິດຊອບຄວາມຈະເລີນຮຸ່ງເຮືອງ ແລະ ຍຸດທະສາດອຸດສາຫະກຳຂອງ EC ເນັ້ນໜັກວ່າ: ບໍ່ວ່າໄພນາບຂູ່ໃດທີ່ເລັ່ງໃສ່ປະເທດສະມາຊິກ ລ້ວນແຕ່ແມ່ນການນາບຂູ່ຕໍ່ທົ່ວເຂດ EU”. ແລະກໍ່ໃນວັນດຽວກັນ, ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ກໍ່ໄດ້ສະແດງການສະໜັບສະໜູນຕໍ່ກັບແອັດສະປາຍ ພາຍຫຼັງຖະແຫຼງການຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ. ຕາມໜັງສືພິມລາຍວັນ Le Parisien ຂອງຝລັ່ງແລ້ວ, ທ່ານ Macron ໄດ້ດຳເນີນການໂອ້ລົມທາງໂທລະສັບກັບທ່ານ Pedro Sanchez ນາຍົກລັດຖະມົນຕີ ແອັດສະປາຍ ເພື່ອສະແດງ “ຈິດໃຈສາມັກຄີເອີລົບ” ຂອງຝລັ່ງ ເພື່ອແນໃສ່ໂຕ້ຕອບຄືນບັນດາຄຳເວົ້ານາບຂູ່ກໍ່ຄວາມກົດດັນດ້ານເສດຖະກິດເລັ່ງໃສ່ Madrid ຜ່ານມາຂອງ ວໍຊິງຕັນ.

ແຫຼ່ງຄັດຈາກ: vovworld.vn