ວັນທີ 4 ມີນາ, ທ່ານ ຫວາງອີ ລັດຖະມົນຕີການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ປັກກິ່ງ ຈະຈັດສົ່ງທູດພິເສດກ່ຽວກັບບັນຫາເຂດຕາເວັນອອກາງ ໄປຍັງບັນດາປະເທດ ຢູ່ໃນພາກພື້ນເພື່ອດຳເນີນບັນດາຄວາມມານະພະຍາຍາມເປັນກາງໄກ່ເກ່ຍ. ເມື່ອການປະທະກັນຢູ່ອີຣານ ກ້າວເຂົ້າສູ່ມື້ທີ 5, ທ່ານ ຫວາງອີ ລັດຖະມົນຕີການຕ່າງປະເທດ ຈີນ ໄດ້ດຳເນີນບັນດາການໂອ້ລົມທາງໂທລະສັບສະເພາະກັບທ່ານ Abdullah bin Zayed Al-Nahyan ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ສະຫະລັດ ອາຣັບ ເອມີເລດ (UAE) ແລະ ທ່ານ Faisal bin Farhan Al Saud ລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ. ທ່ານ ໃຫ້ຮູ້ວ່າ ຈີນ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມເພື່ອສັນຕິພາບຂອງ UAE ແລະສະແດງຄວາມຊົມເຊີຍຕໍ່ຖະແຫຼງການຂອງກອງປະຊຸມລັດຖະມົນຕີການຕ່າງປະເທດ ນັດວິສາມັນ ຂອງສະພາການຮ່ວມມືເຂດອ່າວ (GCC), ໃນນັ້ນຢັ້ງຢືນລະດັບຄວາມສຳຄັນຂອງການໂອ້ລົມສົນທະນາ ແລະ ການທູດ ແມ່ນເສັ້ນທາງໜຶ່ງດຽວເພື່ອຜ່ານຜ່າວິກິດການໃນປັດຈຸບັນ ແລະ ປົກປ້ອງຄວາມໝັ້ນຄົງຢູ່ເຂດນີ້.
ແຫຼ່ງຄັດຈາກ: vovworld.vn
Type the code from the image