ຫວຽດນາມ ເປັນປະທານຮ່ວມກອງປະຊຸມຄະນະກຳມະການຮ່ວມມືລວມ ອາຊຽນ - ອັງກິດ ຄັ້ງທີ 5
ກປ.ອອນໄລ - ທີ່ກອງປະຊຸມ, ທ່ານນາງ Helen Fazey, ເອກອັກຄະລັດຖະທູດອັງກິດ ປະຈຳອາຊຽນ ຢືນຢັນວ່າ ອາຊຽນ ແມ່ນ “ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງສັນ”, ພ້ອມກັນນັ້ນ ກໍ່ແມ່ນເສົາຄ້ຳຈຸດສຸມໃນຍຸດທະສາດມະຫາສະໝຸດອິນເດຍ-ປາຊີຟິກ ຂອງອັງກິດ.
ກອງປະຊຸມຄະນະກຳມະການຮ່ວມມືລວມ ອາຊຽນ - ອັງກິດ ຄັ້ງທີ 5 ໂດຍ ຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ ເປັນປະທານຮ່ວມກັບຄະນະຜູ້ຕາງໜ້າ ອັງກິດ ຢູ່ອາຊຽນ ປະຈຳຈາກາກຕາ (ອິນໂດເນເຊຍ) ໄດ້ດຳເນີນໃນວັນທີ 4 ມີນາ. ກອງປະຊຸມແມ່ນໂອກາດເພື່ອໃຫ້ອາຊຽນ ແລະອັງກິດ ສະຫຼຸບຜົນການຮ່ວມມືໃນໄລຍະ 5 ປີຜ່ານມາ, ກຳນົດທິດທາງຊຸກຍູ້ການຮ່ວມມືຕໍ່ໜ້າ.
    |
 |
|
ບັນຍາກາດທີ່ກອງປະຊຸມຄະນະກຳມະການຮ່ວມມືລວມ ອາຊຽນ - ອັງກິດ ຄັ້ງທີ 5. ພາບ: baoquocte.vn |
ທີ່ກອງປະຊຸມ, ທ່ານນາງ Helen Fazey, ເອກອັກຄະລັດຖະທູດອັງກິດ ປະຈຳອາຊຽນ ຢືນຢັນວ່າ ອາຊຽນ ແມ່ນ “ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງສັນ”, ພ້ອມກັນນັ້ນ ກໍ່ແມ່ນເສົາຄ້ຳຈຸດສຸມໃນຍຸດທະສາດມະຫາສະໝຸດອິນເດຍ-ປາຊີຟິກ ຂອງອັງກິດ. ອັງກິດ ສະໜັບສະໜູນບົດບາດໃຈກາງຂອງອາຊຽນ ແມ່ນພື້ນຖານຂອງສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ, ໃຫ້ຄຳໝັ້ນສັນຍາປັບປຸງການພົວພັນຢ່າງຍາວນານ, ມີຄວາມໄວ້ເນື້ອເຊື່ອໃຈ ແລະມຸ່ງໄປເຖິງເລື່ອງນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງມາໃຫ້ແກ່ທັງໝົດ 11 ປະເທດສະມາຊິກ.
ສ່ວນທ່ານຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ ຢືນຢັນວ່າ ຫວຽດນາມ ຈະສົມທົບກັບບັນດາປະເທດອາຊຽນ ຊຸກຍູ້ການປະຕິບັດສຳເລັດບັນດາເປົ້າໝາຍໃນປີສະເຫຼີມສະຫຼອງ 5 ປີແຫ່ງການພົວພັນ, ໃນນັ້ນມີເລື່ອງສ້າງແຜນການກະທຳ ອາຊຽນ - ອັງກິດ ໃນໄລຍະໃໝ່ (2027 – 2031) ຢ່າງແທດຈິງ ແລະ ສ້າງຖະແຫຼງການຮ່ວມ ອາຊຽນ - ອັງກິດ ກ່ຽວກັບການຮ່ວມມືໃນຂອບເຂດວິໄສທັດ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ ໃຫ້ສົມບູນແບບ.
ໂດຍ: ກວຽດເຕິມ