ຄຳກ່າວເຕືອນດັ່ງກ່າວໄດ້ຍົກອອກມາໃນສະພາບການວັນທີ 28 ກຸມພາ, ອາເມລິກາ ແລະອິດສະຣາແອັນ  ບຸກໂຈມຕີ ອີຣານ ເຮັດໃຫ້ຜູ້ນຳສູງສຸດ Ayatollah Ali Khamenei  ແລະເຈົ້າໜ້າທີ່ຂັ້ນສູງນັບສິບຄົນຂອງ ອີຣານ ເສຍຊີວິດ.

ໃນຂະນະນັ້ນ, ຕອນຄ່ຳວັນທີ 3 ມີນາ (ຕາມເວລາທ້ອງຖິ່ນ) ຖະແຫຼງການຂອງກຳລັງທະຫານພິທັກປະຕິວັດ ອິດສະລາມ ອີຣານ ໃຫ້ຮູ້ວ່າ ໄດ້ປະຕິບັດບັ້ນຍິງລູກສອນໄຟ ແລະເຄື່ອງບິນບໍ່ມີຄົນຂັບ (UAV) ເຕີມອີກເລັ່ງໃສ່ ອິດສະຣາແອັນ.

ກະຊວງປ້ອງກັນປະເທດ ອີຣານ ກໍຖະແຫຼງວ່າ ປະເທດນີ້ກຽມພ້ອມໃຫ້ແກ່ບັ້ນຮົບທີ່ຍາວນານກັບ ອາເມລິກາ ແລະອິດສະຣາແອັນ ແລະ ຢັ້ງຢືນວ່າ ເຕເຮຣານ ຍັງບໍ່ທັນນຳໃຊ້ອາວຸດປະເພດທັນສະໄໝທີ່ສຸດຂອງຕົນ.

ແຫຼ່ງຄັດຈາກ: vovworld.vn