ເຫັນກັບຕາພິທີມອບ-ຮັບທະຫານທີ່ດໍາເນີນຢ່າງເຄັ່ງຂຶມ ແລະສົມກຽດ, ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ຝາກຄຳເຕືອນ, ລະດົມກໍາລັງໃຈບັນດາຊາວໜຸ່ມອອກແຮງຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ເພື່ອເຕີບໃຫຍ່ຂະຫຍາຍຕົວ; ປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ຍົກສູງຄຸນທາດການເມືອງ, ຝຶກຝົນຄຸນສົມບັດສິນທໍາຂອງທະຫານປະຕິວັດ, ທະຫານລຸງໂຮ່ ໃນໄລຍະໃໝ່ຢ່າງບໍ່ຢຸດຢັ້ງ; ປະກອບສ່ວນເສີມສ້າງມູນເຊື້ອຂອງຄອບຄົວ, ບ້ານເກີດເມືອງນອນ ແລະຂອງກອງທັບປະຊາຊົນຫວຽດນາມ ວິລະຊົນ.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ແລະການນຳແຂວງນີງບິ່ງ ມອບຊໍ່ດອກໄມ້ອວຍພອນຊາວໜຸ່ມເດີນທາງເຂົ້າເປັນທະຫານ. ພາບ: ໂງວຽດຈູງ

ຈັບມືຊາວໜຸ່ມແຕ່ລະຄົນທີ່ເດີນທາງເຂົ້າເປັນທະຫານ, ທ່ານພົນເອກ ຫງວຽນເຕິນເກືອງ ສະແດງຄວາມເຊື່ອໝັ້ນວ່າ ຊາວໜຸ່ມແຂວງນີງບິ່ງ ຈະເດີນຕາມຮຸ່ນພໍ່ຮຸ່ນອ້າຍ, ສົມກັບມູນເຊື້ອບ້ານເກີດເມືອງນອນ; ສູ້ຊົນກາຍເປັນທະຫານທີ່ດີເດັ່ນ, ສົມກັບຄວາມເຊື່ອໝັ້ນຮັກແພງ, ຄວາມຫວັງຂອງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະຄອບຄົວ.

ຕາມກອງບັນຊາການທະຫານແຂວງນີງບິ່ງ ແລ້ວ, ໃນໄລຍະຜ່ານມາ, ຄະນະພັກ, ຄະນະກໍາມະການປະຊາຊົນແຂວງ ໄດ້ສຸມໃສ່ນຳພາ, ຊີ້ນໍາວຽກງານຄັດເລືອກພົນລະເມືອງໄປປະຕິບັດພັນທະການທະຫານ ແລະພັນທະຕຳຫຼວດປະຊາຊົນ. ບັນດາກົມກອງ, ທ້ອງຖິ່ນໃນແຂວງຕັ້ງໜ້າ, ເປັນເຈົ້າການ, ປະຕິບັດວຽກງານກະກຽມເປັນຢ່າງດີ ແລະຈັດຕັ້ງພິທີມອບ-ຮັບທະຫານ ໃນຕອນເຊົ້າວັນທີ 4 ມີນາ. ໃນຈຳນວນພົນລະເມືອງເຂົ້າເປັນທະຫານປະຕິບັດພັນທະການທະຫານປີ 2026 ມີສະມາຊິກພັກທັງໝົດ 241 ສະຫາຍ; ລະດັບວິທະຍາໄລ, ມະຫາວິທະຍາໄລບັນລຸອັດຕາ 14,6%. ພິທີມອບ-ຮັບທະຫານ ໄດ້ຖືກຈັດຕັ້ງຢ່າງລະມັດລະວັງ ແລະດຳເນີນໄປຢ່າງວ່ອງໄວ.

ໂດຍ: ເຈິ່ນຮວ່ຽນ