ຕາມຂໍ້ມູນຂ່າວສານໂດຍສື່ມວນຊົນອັງກິດໄດ້ເອົາລົງແລ້ວ, ມີກອງທຶນ ແລະຂໍ້ລິເລີ່ມຂະໜາດໃຫຍ່ຈຳນວນໜຶ່ງທີ່ມີມູນຄ່ານັບຮ້ອຍລ້ານ pound ໄດ້ຮັດແຄບຂອບຂະໜາດການເຄື່ອນໄຫວ, ຊ້ຳບໍ່ໜຳຢຸດຕິການເຄື່ອນໄຫວຢູ່ຫຼາຍພາກພື້ນຢູ່ອາຟະລິກາ, ອາຊີ ແລະອາເມລິກາໃຕ້. ສິ່ງທີ່ໜ້າສົນໃຈແມ່ນກອງທຶນທັດສະນີຍະພາບຊີວະນາໆພັນທີ່ມີມູນຄ່າ 100 ລ້ານ pound (133 ລ້ານ ໂດລາສະຫະລັດ), ໂດຍໄດ້ສ້າງຂຶ້ນ ເພື່ອແນໃສ່ປົກປ້ອງລະບົບຊີວະນາໆພັນທີ່ສຳຄັນຢູ່ບັນດາເຂດທຸກຍາກ - ໄດ້ຫຼຸດລົງຫຼາຍພໍສົມຄວນ. ຈຳນວນເຂດເປົ້າໝາຍຈາກ 6 ເຂດ ປັດຈຸບັນຍັງເຫຼືອແຕ່ 2 ເຂດ.

ຕາມແຜນການໄລຍະ 2021 – 2026, ອັງກິດ ໃຫ້ຄຳໝັ້ນສັນຍາເບີກຈ່າຍ 11,6 ຕື້ pound (ເກືອບ 16 ຕື້ ໂດລາສະຫະລັດ) ໃຫ້ແກ່ການເງິນທີ່ໄດ້ຮັບໃຊ້ເປົ້າໝາຍດິນຟ້າອາກາດສາກົນ (ICF). ເຖິງຢ່າງໃດກໍຕາມ, ມີຂ່າວທີ່ວ່າ ງົບປະມານ ICF ໃນຮອບວຽນຕໍ່ໄປອາດຈະຫຼຸດລົງປະມານ 9 ຕື້ pound  ໃນໄລຍະ 5 ປີ, ເທົ່າກັບລະດັບຫຼຸດລົງກວ່າ 20%.

ແຫຼ່ງຄັດຈາກ: vovworld.vn