ທີ່ການຕ້ອນຮັບ, ທ່ານປະທານປະເທດ ຕີລາຄາສູງເລື່ອງມົງໂກນ ທີ່ຍາມໃດກໍຖືເປັນສໍາຄັນການພັດທະນາການພົວພັນກັບຫວຽດນາມ, ຖືຫວຽດນາມ ເປັນ “ບ້ານໃກ້ເຮືອນຄຽງທີສາມ” ແລະເປັນຄູ່ຮ່ວມມືສໍາຄັນອັນດັບຕົ້ນຢູ່ອາຊຽນ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Ganzorig Damdin ປະທານສານສູງສຸດ ມົງໂກນ. ພາບ: ນາມແອງ.

ທ່ານປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍຖືເປັນສໍາຄັນ ແລະປາດຖະໜາຢາກພ້ອມກັບມົງໂກນ ສືບຕໍ່ເສີມສ້າງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ ໃນທຸກຂົງເຂດທີ່ສອດຄ່ອງກັບຄວາມສາມາດ ແລະຄວາມຕ້ອງການຂອງສອງຝ່າຍ, ຕອບສະໜອງຜົນປະໂຫຍດ ແລະຄວາມມຸ່ງມາດປາດຖະໜາຂອງປະຊາຊົນແຕ່ລະປະເທດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ພາກພື້ນ ແລະໃນໂລກ.

ຂອບໃຈທ່ານປະທານປະເທດ ທີ່ໄດ້ສະຫຼະເວລາອັນມີຄ່າຕ້ອນຮັບຄະນະ, ທ່ານ Ganzorig Damdin ຢັ້ງຢືນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດ ໃນໄລຍະຜ່ານມາ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ນັບມື້ນັບເຂົ້າສູ່ລວງເລິກ ແລະແທດຈິງ; ໃນນັ້ນການພົວພັນຮ່ວມມືລະຫວ່າງສານສອງຂອງປະເທດ ໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ; ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຂອງຄະນະ ຈະສ້າງປະຖົມປັດໄຈໃຫ້ແກ່ບາດກ້າວພັດທະນາໃໝ່ໃນການຮ່ວມມືລະຫວ່າງສອງອົງການຕຸລາການ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ນາມແອງ.

ແຈ້ງໃຫ້ ທ່ານ ເລືອງເກື່ອງ ຮັບຊາບກ່ຽວກັບຜົນການພົບປະສອງຝ່າຍກັບປະທານສານປະຊາຊົນສູງສຸດຫວຽດນາມ, ທ່ານ Ganzorig Damdin ໃຫ້ຮູ້ວ່າ ການພົບປະໄດ້ດໍາເນີນໄປໃນບັນຍາກາດໄມຕີຈິດມິດຕະພາບ, ຈິງໃຈ ແລະເຂົ້າໃຈເຊິ່ງກັນແລະກັນ; ສອງຝ່າຍໄດ້ແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບການພັດທະນາຂອງລະບົບຕຸລາການແຕ່ລະປະເທດ, ແບ່ງປັນບົດຮຽນປະສົບການ ແລະເພີ່ມທະວີການຮຽນຮູ້ເຊິ່ງກັນແລະກັນ; ເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ ຈະສືບຕໍ່ພັດທະນາຢ່າງແຮງ, ໃນນັ້ນການຮ່ວມມືດ້ານຕຸລາການ ຈະກາຍເປັນໜຶ່ງໃນບັນດາເສົາຄໍ້າສໍາຄັນ.

ຮັບຮູ້ຄວາມມານະພະຍາຍາມຂອງສານສູງສຸດສອງປະເທດ ໃນການຊຸກຍູ້ການພົວພັນຮ່ວມມືດ້ານຕຸລາການ, ທ່ານປະທານປະເທດ ຖືວ່າ ບົນພື້ນຖານບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືດ້ານຕຸລາການ ທີ່ໄດ້ລົງນາມໃນ ເດືອນມິຖຸນາ 2025, ສານສູງສຸດສອງປະເທດ ໄດ້ຊຸກຍູ້ການແລກປ່ຽນຄະນະ, ບໍາລຸງສ້າງພະນັກງານ, ແບ່ງປັນບົດຮຽນພິພາກສາ, ໜູນຊ່ວຍຕຸລາການ; ພ້ອມທັງສະແດງຄວາມປິຕິຊົມຊື່ນກ່ຽວກັບຜົນກອງປະຊຸມພົບປະສອງຝ່າຍລະຫວ່າງສອງປະທານສານ, ໃນນັ້ນສອງຝ່າຍເຫັນດີເປັນເອກະພາບບາງເນື້ອໃນໃນການສືບຕໍ່ຜັນຂະຫຍາຍປະຕິບັດບົດບັນທຶກຊ່ວຍຈໍາ,  ກໍຄືແຜນການຮ່ວມມືໃນຕໍ່ໜ້າ; ສະໜັບສະໜູນຂະແໜງສານສອງປະເທດ ເພີ່ມທະວີການຮ່ວມມື, ຮັບປະກັນຢ່າງແທດຈິງ, ມີປະສິດທິຜົນ, ປະກອບສ່ວນເຂົ້າໃນການພັດທະນາການພົວພັນຮ່ວມມືລະຫວ່າງສອງປະເທດ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Ganzorig Damdin ປະທານສານສູງສຸດມົງໂກນ ພ້ອມກັບບັນດາຜູ້ແທນທີ່ການ ຕ້ອນຮັບ. ພາບ: ນາມແອງ.

ທ່ານປະທານປະເທດ ເຊື່ອໝັ້ນວ່າ ຜ່ານການຢ້ຽມຢາມຄັ້ງນີ້, ການພົວພັນຮ່ວມມືດ້ານຕຸລາການລະຫວ່າງຫວຽດນາມ ແລະມົງໂກນ ຈະນັບມື້ນັບພັດທະນາຢ່າງໝັ້ນແກ່ນ, ແທດຈິງ ແລະມີປະສິດທິຜົນ, ປະກອບສ່ວນຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະມົງໂກນ.

ໂດຍ: ໄຊຊະນະ