leftcenterrightdel
ພາບປະກອບ: Majid Asgaripour/WANA/REUTERS

ການປະທະກັນລະຫວ່າງ ອາເມລິກາ, ອິດສະລາແອັນ ກັບອີຣານ ສືບຕໍ່ເຄັ່ງຕຶງຂຶ້ນ ດ້ວຍຫຼາຍການຜັນແປທີ່ສັບສົນ. ເຫດການເປັນໜ້າສົນໃຈທີ່ສຸດໃນວັນທີ 4 ມີນາ ແມ່ນເລື່ອງທ່ານລັດຖະມົນຕີກະຊວງສົງຄາມ ອາເມລິກາ Pete Hegseth ປະກາດວ່າ ກຳປັ່ນດຳນ້ຳຂອງອາເມລິກາ ໄດ້ບຸກໂຈມຕີກຳປັ່ນສູ້ຮົບລຳໜຶ່ງຂອງ ອີຣານ ຢູ່ເຂດທະເລສາກົນຢູ່ເຂດນອກຝັ່ງທະເລ ສີລັງກາ, ເຮັດໃຫ້ລູກເຮືອ ເກືອບ 148 ຄົນຫາຍສາບສູນ. ຮອດຕອນເຊົ້າວັນທີ 5 ມີນາ, ມີຂ່າວແຈ້ງໃຫ້ຮູ້ວ່າ ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 87 ຄົນ. ກ່ອນໜ້ານັ້ນ, ວົງການເຈົ້າໜ້າທີ່ ສີລັງກາ ໄດ້ຢັ້ງຢືນຂໍ້ມູນກ່ຽວກັບເຫດການນີ້ ແລະ ໃຫ້ຮູ້ວ່າ ນີ້ແມ່ນກຳປັ່ນ IRIS Dena ຂອງກອງທັບເຮືອ ອີຣານ ເຊິ່ງພວມເດີນທາງກັບເມືອປະເທດພາຍຫຼັງເຂົ້າຮ່ວມການຊ້ອມຮົບການເດີນເຮືອ Milan ຢູ່ ອິນເດຍ. ແລະກໍ່ໃນວັນດຽວກັນຢູ່ນະຄອນຫຼວງ Tehran ຂອງອີຣານ ແລະ ຢູ່ Jerusalem ໄດ້ຢັ້ງຢືນມີເຫດລະເບີດຫຼາຍຄັ້ງຢ່າງຕໍ່ເນື່ອງ. ຝ່າຍອິດສະລາແອັນ ໃຫ້ຮູ້ວ່າ ບັນດາເປົ້າໝາຍຖືກບຸກໂຈມຕີລວມມີບັນດາອົງການການນຳ  ແລະ ກຳລັງປ້ອງກັນຄວາມສະຫງົບຂອງ ອີຣານ. ໂດຍໂຕ້ຕອບ, ຝ່າຍອີຣານ ໄດ້ຍິງລູກສອນໄຟ ແລະ ວັດຖຸບໍ່ມີຄົນຂັບ ເລັ່ງໃສ່ອິດສະລາແອັນ ແລະ ເປົ້າໝາຍຈຳນວນໜຶ່ງໃນພາກພື້ນ.

ແຫຼ່ງຄັດຈາກ: vovworld.vn