ທີ່ການພົບປະ, ທ່ານ Mohammadi ຢັ້ງຢືນວ່າ ອີຣານ ບໍ່ຢາກແກ່ຍາວການປະທະກັນ ແລະຊົມເຊີຍຄວາມມານະພະຍາຍາມໄກ່ເກ່ຍຂອງທຸກປະເທດໃນໂລກ ເພື່ອສິ້ນສຸດສົງຄາມ.

leftcenterrightdel
ບັນຍາກາດທີ່ການພົບປະກັບສື່ມວນຊົນ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບວຽກງານປົກປ້ອງພົນລະເມືອງ, ທ່ານ Mohammadi ສະແດງຄວາມເສຍດາຍເມື່ອພົນລະເມືອງຫວຽດນາມ ຕ້ອງດໍາລົງຊີວິດໃນສະພາບຄວາມເຄັ່ງຕຶງໃນປັດຈຸບັນ. ທ່ານ ຢັ້ງຢືນວ່າ ລັດຖະບານອີຣານ ພວມມານະພະຍາຍາມສ້າງເງື່ອນໄຂສະດວກທີ່ສຸດເທົ່າທີ່ຈະເປັນໄປໄດ້, ໜູນຊ່ວຍຊາວຫວຽດນາມ ທຽບເທົ່າກັບພົນລະເມືອງອີຣານ. ກະຊວງການຕ່າງປະເທດອີຣານ ແລະວົງການເຈົ້າໜ້າທີ່ປະເທດນີ້ຈະປະສານງານກັບສະຖານທູດຫວຽດນາມ ປະຈໍາເຕເຮຣານ ຢ່າງເປັນປະຈໍາ ເພື່ອອັບເດດສະພາບການ ແລະຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງຫວຽດນາມ ທີ່ພວມດໍາລົງຊີວິດ, ເຮັດວຽກຢູ່ທີ່ນີ້. ປັດຈຸບັນ, ບັນດາພົນລະເມືອງຫວຽດນາມ ໄດ້ອົບພະຍົບ ຫຼື ຍົກຍ້າຍໄປຫາບ່ອນປອດໄພລຽບລ້ອຍແລ້ວ.

ຕີລາຄາກ່ຽວກັບຫຼັກໝັ້ນຂອງຫວຽດນາມ, ອຸປະທູດຊົ່ວຄາວ ອີຣານ ສະແດງຄວາມນັບຖືຢ່າງສູງ ແລະຕີລາຄາສູງບົດບາດຕັ້ງໜ້າ, ກໍຄື ທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການສະໜັບສະໜູນສັນຕິພາບ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ ແລະກົດບັດສະຫະປະຊາຊາດ.

ໂດຍ: ໄຊຊະນະ