ກະຊວງປ້ອງກັນປະເທດ ອາຣັບບີ ຊະອຸດິ ໃຫ້ຮູ້ວ່າ ສະຖານທູດ ຖືກເຮືອບິນບໍ່ມີຄົນຂັບ 2 ລຳບຸກໂຈມຕີ, ເຮັດໃຫ້ເກີດໄພໄໝ້ເລັກໜ້ອຍ ແລະເປ່ເພພື້ນຖານວັດຖຸຈຳນວນໜຶ່ງ. ປັດຈຸບັນນີ້, CIA ຍັງບໍ່ທັນສະແດງທັດສະນະກ່ຽວກັບຂໍ້ມູນດັ່ງກ່າວ. ກ່ອນໜ້ານັ້ນ, ອີຣານ ໄດ້ເປີດກວ້າງການບຸກໂຈມຕີໂຕ້ຕອບດ້ວຍລູກສອນໄຟ ແລະເຄື່ອງບິນບໍ່ມີຄົນຂັບເລັ່ງໃສ່ບັນດາເປົ້າໝາຍ ແລະຖານທີ່ໝັ້ນການທະຫານຂອງ ອາເມລິກາ ຢູ່ ຕາເວັນອອກກາງ. ນາຍພົນ Ebrahim Jabbari  ຂຶ້ນກັບກຳລັງທະຫານພິທັກປະຕິວັດ ອິດສະລາມ ອີຣານ ໄດ້ກ່າວເຕືອນວ່າ ອີຣານ ຈະໂຕ້ຕອບບັນດາບັ້ນບຸກໂຈມຕີຂອງ ອາເມລິກາ ແລະອິດສະຣາແອັນ ຢ່າງແຂງແຮງ ຖ້າສົງຄາມຍັງສືບຕໍ່ດຳເນີນ, ພ້ອມທັງປິດປະຕູຊ່ອງແຄບທະເລ Hormuz.

ໃນຂະນະນັ້ນ, ກຳລັງປ້ອງກັນຕົວອິດສະຣາແອັນ (IDF) ໃຫ້ຮູ້ວ່າ ໄດ້ປຸກລະດົມ “ກະແສບຸກໂຈມຕີຂອບຂະໜາດໃຫຍ່” ຄັ້ງໃໝ່ ແນໃສ່ບັນດາເປົ້າໝາຍຢູ່ ອີຣານ. ບັນດາເປົ້າໝາຍຂອງບັນດາບັ້ນບຸກໂຈມຕີຮອບໃໝ່ລວມມີ “ບັນດາຈຸດທີ່ຍິງລູກສອນໄຟ, ລະບົບປ້ອງກັນອາກາດ ແລະພື້ນຖານໂຄງລ່າງຈຳນວນໜຶ່ງ” ຂອງ ອີຣານ.

ແຫຼ່ງຄັດຈາກ: vovworld.vn