ນໍາເອົາເຕັກໂນໂລຢີຫວຽດ ມາເຫດການມືຖືໃຫຍ່ທີ່ສຸດໃນໂລກ

ເຫດການ Mobile World Congress (MWC) ໄດ້ດໍາເນີນໄປໃນລະຫວ່າງວັນທີ 2 ຫາວັນທີ 5 ມີນາ 2026 ທີ່ Barcelona, ແອັດສະປາຍ, ເຂົ້າຮ່ວມມີບັນດາຫົວໜ່ວຍເຕັກໂນໂລຢີໃຫຍ່ທີ່ສຸດທີ່ມາຈາກ 200 ກວ່າປະເທດ ແລະເຂດແຄວ້ນໃນທົ່ວໂລກ.

MWC Barcelona 2026 ດ້ວຍຫົວຂໍ້ແມ່ນ “The IQ Era - ສັງກາດພູມປັນຍາ”, Viettel ໄດ້ນຳເອົາລະບົບນິເວດລວມມີຜະລິດຕະພັນ ແລະການບໍລິການ 24 ຢ່າງໂດຍ Viettel ຄົ້ນຄວ້າ, ພັດທະນາ ແລະເປັນເຈົ້າຂອງມາຍັງເຫດການດັ່ງກ່າວ.

ທ່ານພົນຕີ ຕ່າວດຶກຖັງ, ກໍາມະການສູນກາງພັກ, ປະທານທັງເປັນຜູ້ອໍານວຍການໃຫຍ່ Viettel ເນັ້ນໜັກວ່າ: “ໃນສັງກາດພູມປັນຍາ, ການເປັນເຈົ້າຂອງເຕັກໂນໂລຢີ ແລະພັດທະນາຄວາມຮູ້ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຢ່າງເດັດຂາດສໍາລັບແຕ່ລະປະເທດ. ເຂົ້າຮ່ວມ MWC Barcelona 2026, Viettel ປາດຖະໜາຢາກແນະນໍາຜະລິດຕະພັນປະເພດຕ່າງໆໂດຍຖັນແຖວນັກວິສາວະກອນຫວຽດນາມ ຄົ້ນຄວ້າ, ພັດທະນາ, ພ້ອມທັງຮໍ່າຮຽນ ແລະເປີດກວ້າງການຮ່ວມມືກັບບັນດາຄູ່ຮ່ວມມືສາກົນ. ພວກຂ້າພະເຈົ້າຫວັງວ່າ ຄວາມມານະພະຍາຍາມນີ້ຈະປະກອບສ່ວນກໍ່ສ້າງພື້ນຖານດີຈີຕອນໜຶ່ງທີ່ມີຄວາມປອດໄພ, ອັດສະລິຍະ ແລະຍືນຍົງ”.

leftcenterrightdel
ທ່ານພົນຕີ ຕ່າວດຶກຖັງ, ກໍາມະການສູນກາງພັກ, ປະທານ ທັງເປັນຜູ້ອໍານວຍການໃຫຍ່ Viettel ຕ້ອນຮັບຜູ້ຕາງໜ້າ Cisco ຢູ່ຮ້ານວາງສະແດງຂອງ Viettel ທີ່ MWC. ພາບ: qdnd.vn

ການມີໜ້າຢູ່ MWC ໃນ 9 ປີຢ່າງລຽນຕິດຜ່ານມາໄດ້ສະແດງໃຫ້ເຫັນບົດບາດຂອງ Viettel ຄືດັ່ງກຸ່ມບໍລິສັດເຕັກໂນໂລຢີທົ່ວໂລກດ້ວຍຄວາມສາມາດ R&D, ຜັນຂະຫຍາຍໃນຕົວຈິງ ແລະສົ່ງອອກຜະລິດຕະພັນບໍລິການຢູ່ເກືອບ 20 ປະເທດ.

MWC Barcelona 2026 ສືບຕໍ່ເປັນຂີດໝາຍປະທັບໃຈເມື່ອ Viettel ແມ່ນຜູ້ຕາງໜ້າໜຶ່ງດຽວຂອງຫວຽດນາມ ທີ່ມີຮ້ານວາງສະແດງເຕັກໂນໂລຢີ, ສະແດງອອກໃຫ້ເຫັນຄວາມຄາດຫວັງຢ່າງຈະແຈ້ງ “Make in Vietnam” ບືນຕົວຂຶ້ນອອກສູ່ທົ່ວໂລກ.

ລະບົບນິເວດເຕັກໂນໂລຢີຮອບດ້ານ, Secure – Intelligent – Open – Sustainable

ທີ່ MWC Barcelona 2026, Viettel ໄດ້ແນະນໍາລະບົບນິເວດເຕັກໂນໂລຢີໂດຍ Viettel ເປັນເຈົ້າຂອງທັງໝົດນັບແຕ່ໂຄງລ່າງຈົນເຖິງແອັບພິເຄຊັນທີ່ກ້າວໜ້າທີ່ສຸດ, ສ່ອງແສງຖືກຕ້ອງຕາມເນື້ອໃນຈິດໃຈ “The IQ Era”:

ພົ້ນເດັ່ນແມ່ນເຂດພື້ນຖານໂຄງລ່າງ 5G Open RAN. ບັນດາຜະລິດຕະພັນພົ້ນເດັ່ນລວມມີລະບົບນິເວດ 5G Open RAN (Gartner ໄດ້ຮັບຮອງ Niche Player ໃນ Magic Quadrant CSP 5G RAN 2025) 5G Core, 5G Private, ຊິບຮັກສາຄວາມລັບ, ແອບພຼີເຄຊັນ SOC,  Viettel Cloud, NetMind AI Agent, NOCPRO ແລະມາດຕະການ B2B ຄື Viettel Smart IP ໃຫ້ແກ່ເຂດອຸດສາຫະກໍາອັດສະລິຍະ.

ນີ້ແມ່ນພື້ນຖານໂຄງລ່າງດີຈີຕອນປິດລັບ, ມີໄຫວພິບທີ່ Viettel ໄດ້ຜັນຂະຫຍາຍຢ່າງກວ້າງຂວາງຢູ່ຫວຽດນາມ ແລະຕ່າງປະເທດ.  ບັນດາຜະລິດຕະພັນ 5G ແມ່ນພະຍານຫຼັກຖານສະແດງໃຫ້ເຫັນວ່າ Viettel ພວມແມ່ນໜຶ່ງໃນບັນດາວິສາຫະກິດນຳໜ້າໃນທ່າອ່ຽງເຕັກໂນໂລຢີເປີດ Open RAN ທີ່ນັບມື້ນັບເຜີຍແຜ່ໃນໂລກ, ກໍ່ຄືສະແດງໃຫ້ເຫັນຄວາມສາມາດດ້ານເຕັກໂນໂລຢີຂອງຫວຽດນາມ ທີ່ໄປຄຽງຄູ່ກັບໂລກ ເມື່ອກ້າວເຂົ້າສູ່ການພັດທະນາເຄືອຂ່າຍໂທລະຄົມມະນາຄົມລຸ້ນຕໍ່ໄປ.

leftcenterrightdel
ບັນຍາກາດຮ້ານວາງສະແດງຂອງ Viettel ທີ່ MWC Barcelona 2026. ພາບ: qdnd.vn

ຄຽງຂ້າງກັນນັ້ນແມ່ນເຂດວາງສະແດງຜະລິດຕະພັນບໍລິການຕ່າງໆຮັບໃຊ້ຊີວິດດີຈີຕອນ Zero Trust Lifestyle. ຜະລິດຕະພັນລວມມີ: Tammi (ພະລາດຟອມໂຮມເຂົ້າກັນໃຫ້ຄອບຄົວ), Lending Platform ກັບ AI Scoring, V-Shield -ໂລ້ກຳບັງຕ້ານການຫຼອກລວງ, Viettel Flagship Camera ນໍາໃຊ້ AI ໃນການຕິດຕາມກວດກາການຄົມມະນາຄົມ.

ທັງໝົດເຫຼົ່ານັ້ໄດ້ສ້າງເປັນລະບົບນິເວດປິດລັບ, ອັດສະລິຍະ, ເປີດ ແລະຍືນຍົງ-ບັນດາມາດຕະຖານສູງສຸດເພື່ອໃຫ້ບັນດາຜະລິດຕະພັນ ເຕັກໂນໂລຢີຮັບໃຊ້ຜູ້ຄົນໄດ້ຢ່າງສະດວກ ແລະປອດໄພໃນສະພາບທີ່ຂົງເຂດດີຈີຕອນກາຍເປັນພື້ນຖານໃຫ້ແກ່ການເຄື່ອນໄຫວທັງໝົດ.

ຢືນຢັນທີ່ຕັ້ງກຸ່ມບໍລິສັດເຕັກໂນໂລຢີທົ່ວໂລກ

ທີ່ MWC Barcelona 2026, Viettel ຈະລົງນາມຂໍ້ຕົກລົງການຮ່ວມມືສໍາຄັນສະບັບຕ່າງໆກັບຄູ່ຮ່ວມມືເຕັກໂນໂລຢີທົ່ວໂລກ, ພົ້ນເດັ່ນແມ່ນລົງນາມຂໍ້ຕົກລົງກັບ Qualcomm ກ່ຽວກັບ 5G Advance, 6G, Agentic AI. ຄຽງຂ້າງກັນນັ້ນ, Viettel ຈະສືບຕໍ່ຮ່ວມມືກັບກຸ່ມບໍລິສັດເຕັກໂນໂລຢີຕ່າງໆ ຄື: Cisco, Nokia, ZTE, Texas Instruments, Amdocs, ByteDance ໃນຂົງເຂດເຄືອຂ່າຍໂທລະຄົມມະນາຄົມລຸ້ນໃໝ່, AI, ຄວາມໝັ້ນຄົງທາງໄຊເບີ ແລະການຫັນເປັນດີຈີຕອນ.

ສິ່ງທີ່ເປັນໜ້າເອົາໃສ່ໃຈ, ຂໍ້ລິເລີ່ມຂອງ Viettel Telecom ໃນການຫັນເຄືອຂ່າຍໂທລະຄົມມະນາຄົມໃຫ້ດີທີ່ສຸດທີ່ໄດ້ສະເໜີຄັດເລືອກທີ່ GSMA GLOMO Awards - ລາງວັນອັນມີຊື່ສຽງ ເຊິ່ງໄດ້ປຽບເໝືອນຄືກັບ “Oscar ຂອງຂະແໜງມືຖື”.

leftcenterrightdel
ຜະລິດຕະພັນຮັບໃຊ້ການດໍາລົງຊີວິດດີຈີຕອນປະເພດຕ່າງໆໄດ້ສະແດງທີ່ຮ້ານວາງສະແດງຂອງ Viettel ຢູ່ MWC Barcelona 2026. ພາບ: qdnd.vn

ທີ່ເຫດການ, ເປັນຄັ້ງທໍາອິດທີ່ Viettel ມີບົດແນະນໍາທີ່ກອງປະຊຸມສົນທະນາຢ່າງເປັນທາງການຂອງ MWC, ໄດ້ປຶກສາຫາລືກ່ຽວກັບຄວາມຕ້ອງການດ້ານພະລັງງານທີ່ໃຫຍ່ຫຼວງຈາກສູນຂໍ້ມູນ AI, ການບຸກທະລຸຕ່າງໆ ຄື chip ໃຊ້ສະເພາະ AI, ຮູບແບບປະຢັດພະລັງງານ ແລະການອອກແບບລະບົບທີ່ກ້າວໜ້າ, ພ້ອມທັງຕັ້ງຄໍາຖາມວ່າບັນດາບໍລິສັດເຄືອຂ່າຍອິນເຕີແນັດສາມາດເຮັດໃຫ້ລັກສະນະຍືນຍົງກ່ຽວກັບພະລັງງານກາຍເປັນທ່າໄດ້ປຽບແກ່ງແຍ້ງໃນທົດສະວັດຈະມາເຖິງໄດ້ບໍ່.

ການມີໜ້າຂອງ Viettel ຢູ່ MWC Barcelona 2026 ບໍ່ພຽງແຕ່ແມ່ນການເຄື່ອນໄຫວວາງສະແດງຜະລິດຕະພັນເທົ່ານັ້ນ ຫາກຍັງແມ່ນການສະແດງໃຫ້ເຫັນກ່ຽວກັບກຳລັງຄວາມສາມາດເປັນເຈົ້າຂອງເຕັກໂນໂລຢີຂອງຫວຽດນາມ ໃນສັງກາດພູມປັນຍາ ອີກດ້ວຍ.

ໂດຍ: ໄຊນີດາ