    |
 |
|
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ໃຫ້ກໍາລັງໃຈຊາວໜຸ່ມເຂົ້າເປັນທະຫານ. ພາບ: qdnd.vn |
    |
 |
|
ພົນເອກ ຟານວັນຢາງ ແລະບັນດາຜູ້ແທນ ມອບຊໍ່ດອກໄມ້ອວຍພອນ, ໃຫ້ກໍາລັງໃຈຊາວໜຸ່ມຕັ້ງໜ້າສູ້ຊົນ, ຝຶກຝົນຫຼໍ່ຫຼອມໃນສະພາບແວດລ້ອມກອງທັບ. ພາບ: qdnd.vn |
ສະຫາຍ ເຈິ່ນແທັງເໝິນ ກໍາມະການກົມການເມືອງ, ປະທານສະພາແຫ່ງຊາດ ແລະສະຫາຍ ເຈິ່ນລຶວກວາງ, ກໍາມະການກົມການເມືອງ, ເລຂາພັກນະຄອນ ໂຮ່ຈີມິນ ໄດ້ເຂົ້າຮ່ວມພິທີມອບ-ຮັບທະຫານ ຢູ່ນະຄອນໂຮ່ຈີມິນ; ທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເຂົ້າຮ່ວມພິທີມອບ-ຮັບທະຫານ ທີ່ກອງບັນຊາການປ້ອງກັນເຂດ 3 - ງວຽນບິ່ງ, ແຂວງກາວບັ່ງ. ຫຼາຍສະຫາຍການນໍາພັກ, ລັດ, ກອງທັບ ແລະການນໍາບັນດາທ້ອງຖິ່ນ ກໍເຂົ້າຮ່ວມ, ໃຫ້ກໍາລັງໃຈຊາວໜຸ່ມເດີນທາງໄປປະຕິບັດພັນທະການທະຫານ, ພັນທະຕໍາຫຼວດປະຊາຊົນ.
    |
 |
|
ສະຫາຍ ຫງວຽນຢຸຍຫງອັກ ກໍາມະການກົມການເມືອງ, ເລຂາພັກນະຄອນຮ່າໂນ້ຍ ມອບຊໍ່ດອກໄມ້ໃຫ້ກໍາລັງໃຈຊາວໜຸ່ມເຂົ້າເປັນທະຫານ. ພາບ: qdnd.vn |
* ທີ່ນະຄອນຮ່າໂນ້ຍ, ສະຫາຍ ຫງວຽນຢຸຍຫງອັກ ກໍາມະການກົມການເມືອງ, ເລຂາພັກນະຄອນຮ່າໂນ້ຍ ໄດ້ໄປໃຫ້ກໍາລັງໃຈຊາວໜຸ່ມເຂົ້າເປັນທະຫານຢູ່ສະຖານທີ່ມອບ-ຮັບທະຫານຂອງກອງບັນຊາການປ້ອງກັນເຂດ 3 - ຮົ່ງຮ່າ; ສະຫາຍ ຫວູດ້າຍຖັ໋ງ, ກໍາມະການສູນກາງພັກ, ປະທານຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ແລະພົນຕີ ເລວັນເຮື໋ອງ ຮອງຫົວໜ້າກົມໃຫຍ່ເສນາທິການ ເຂົ້າຮ່ວມຢູ່ສະຖານທີ່ມອບ-ຮັບທະຫານຂອງບັນຊາການປ້ອງກັນເຂດ 5 - ແທັງອວາຍ.
ປີ 2026, ນະຄອນ ຮ່າໂນ້ຍ ມີຊາວໜຸ່ມ 2.400 ກວ່າຄົນສະໝັກເຂົ້າເປັນທະຫານ; ອັດຕາພົນລະເມືອງເຂົ້າເປັນທະຫານ ທີ່ຈົບມະຫາວິທະຍາໄລ, ວິທະຍາໄລ, ຊັ້ນກາງ ກວມເອົາ 30%; ຊາວໜຸ່ມ ເກືອບ 2.300 ຄົນ ໄດ້ຮັບການຝຶກອົບຮົມສໍາລັບສະມາຊິກພັກ ກ່ອນທີ່ເຂົ້າເປັນທະຫານ. ບັນດາທ້ອງຖິ່ນຂອງຮ່າໂນ້ຍ ລ້ວນແຕ່ຈັດຕັ້ງການຢ້ຽມຢາມຖາມຂ່າວ, ໃຫ້ກໍາລັງໃຈ, ມອບຂອງຂວັນໃຫ້ພົນລະເມືອງ ແລະຄອບຄົວທີ່ມີຊາວໜຸ່ມ ກຽມເຂົ້າເປັນທະຫານ.
* ຕອນເຊົ້າວັນທີ 4 ມີນາ, ຊາວໜຸ່ມດີເດັ່ນໃນແຂວງຢາລາຍ ນັບຫຼາຍພັນຄົນ ໄດ້ເດີນທາງໄປປະຕິບັດພັນທະການທະຫານ ແລະພັນທະຕໍາຫຼວດປະຊາຊົນຢ່າງຫ້າວຫັນ.
    |
 |
|
ສະຫາຍ ເລຮວ່າຍຈຸງ ກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ມອບຊໍ່ດອກໄມ້ອວຍພອນຊາວໜຸ່ມເຂົ້າເປັນທະຫານ. ພາບ: qdnd.vn |
    |
 |
|
ພົນໂທ ເຈືອງທຽນໂຕ, ຮອງຫົວໜ້າກົມໃຫຍ່ການເມືອງ ແລະສະຫາຍ ຖ໋າຍດ້າຍຫງອັກ ເລຂາພັກແຂວງຢາລາຍ ໃຫ້ກໍາລັງໃຈ, ອວຍພອນຊາວໜຸ່ມເຂົ້າເປັນທະຫານ. ພາບ: qdnd.vn |
ເຂົ້າຮ່ວມ ແລະຊີ້ນໍາທີ່ສະຖານທີ່ມອບ-ຮັບທະຫານ ທີ 2 ຂອງກອງບັນຊາການປ້ອງກັນເຂດ 6 - ອານເຍິນດົງ (ກອງບັນຊາການທະຫານແຂວງຢາ ລາຍ) ມີບັນດາສະຫາຍ: ເລຮວ່າຍຈຸງ ກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ; ຖ໋າຍດ້າຍຫງອັກ ກໍາມະການສູນກາງພັກ, ເລຂາພັກແຂວງຢາລາຍ; ພົນໂທ ເຈືອງທຽນໂຕ ກໍາມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງ.
ໃນປີທໍາອິດທີ່ປະຕິບັດອໍານາດການປົກຄອງສອງຂັ້ນ, ເຖິງວ່າປະສົບຄວາມຫຍຸ້ງຍາກຈໍານວນບໍ່ໜ້ອຍ ແຕ່ຄະນະພັກ, ອໍານາດການປົກຄອງ, ສະພາພັນທະການທະຫານບັນດາທ້ອງຖິ່ນຢູ່ແຂວງຢາລາຍ ແລະບັນດາກົມກອງ ຮັບທະຫານ ໄດ້ປະສານສົມທົບກັນເຮັດດີວຽກງານເລືອກທະຫານ, ຮັບປະກັນຢ່າງໜັກແໜ້ນ, ມີຄຸນນະພາບ, ເປີດເຜີຍ, ໂປ່ງໃສ, ຖືກລະບຽບການ. ອັດຕາຊາວໜຸ່ມ ທີ່ຖືກຄັດເລືອກເຂົ້າເປັນທະຫານ ແມ່ນສະມາຊິກພັກ, ຈົບມະຫາວິທະຍາໄລ, ວິທະຍາໄລ ແລະມີສຸຂະພາບປະເພດ 1, ສະໝັກເຂົ້າ ເປັນທະຫານ... ລ້ວນແຕ່ສູງກວ່າ ເມື່ອທຽບໃສ່ ປີ 2025.
* ທີ່ນະຄອນຫາຍຟ່ອງ, ທ່ານພົນໂທ ຟ້າມຮວ່າຍນາມ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະສະຫາຍ ເລຕ໊ຽນເຈົາ ກໍາມະການສູນກາງພັກ, ເລຂາພັກນະຄອນ ຫາຍຟ່ອງ ເຂົ້າຮ່ວມພິທີມອບ-ຮັບທະຫານ ຢູ່ກອງບັນຊາການປ້ອງກັນເຂດ 1 - ຢາວຽນ.
* ທີ່ແຂວງບັກນິງ, ສະຫາຍ ຫງວຽນຮົ່ງຖ໋າຍ ກໍາມະການສູນກາງພັກ, ເລຂາພັກແຂວງບັກນິງ ແລະພົນຕີ ຫງວຽນບ໊າລືກ ຮອງຫົວໜ້າກົມໃຫຍ່ເສນາທິການ ໄດ້ເຂົ້າຮ່ວມ, ໃຫ້ກໍາລັງໃຈຊາວໜຸ່ມເຂົ້າເປັນປະທານ ຢູ່ສະຖານທີ່ມອບ-ຮັບທະຫານ ທີ 10, ຕາແສງຖ້ວນແທ່ງ...
ໂດຍ: ໄຊຊະນະ