ກ່ຽວກັບສະພາບການສັກວັກຊິນກັນໂຄວິດ-19, ໃນວັນທີ 26 ກໍລະກົດ, ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ-19 ເກືອບ 110.000 ໂດສ, ອັນໄດ້ຍົກຍອດຈຳນວນວັກຊິນໄດ້ສັກໃຫ້ປະຊາຊົນຂຶ້ນເຖິງເກືອບ 4,74 ລ້ານໂດສ.

leftcenterrightdel
ພາບປະກອບ: vov.vn.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 11 ໂມງຂອງວັນທີ 27 ກໍລະກົດ (ຕາມເວລາ UTC), ທົ່ວໂລກ ຢັ້ງຢຶນມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 195,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 4,2 ລ້ານຄົນ. ໃນໄລຍະເວລາ 24 ຊົ່ວໂມງຜ່ານມາ, ໂລກ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ຕື່ມອີກກວ່າ 430.500 ຄົນ. ອາເມລິກາ ຍັງແມ່ນປະເທດມີຈຳນວນຜູ້ຕິດເຊື້ອ ແລະເສຍຊີວິດຫຼາຍທີ່ສຸດໃນໂລກ.

ແຫຼ່ງຄັດຈາກ: vovworld.vn