ການປ່ອນບັດເລືອກຕັ້ງໂດຍມີການເຂົ້າຮ່ວມຂອງ 535 ທ່ານ, ລວມມີສະມາຊິກລັດຖະສະພາສະມາຊິກ LDP 394 ທ່ານພ້ອມກັບຜູ້ຕາງໜ້າ 3 ທ່ານທີ່ຕາງໜ້າໃຫ້ແຕ່ລະອົງຄະນະພັກຂັ້ນແຂວງ ເພື່ອແນໃສ່ເລືອກເອົາໜຶ່ງໃນຈຳນວນຜູ້ສະໝັກເລືອກຕັ້ງ 3 ທ່ານລວມມີ: ທ່ານຫົວໜ້າຫ້ອງວ່າການລັດຖະບານ Yoshihide Suga; ທ່ານອະດີດລັດຖະມົນຕີການຕ່າງປະເທດ Fumio Kishida; ທ່ານອະດີດລັດຖະມົນຕີກະຊວງປ້ອງກັນປະເທດ Shigeru Isheba.

leftcenterrightdel
ທ່ານຫົວໜ້າຫ້ອງວ່າການລັດຖະບານຍີ່ປຸ່ນ Yoshihide Suga. ພາບ: baoquocte.vn.

ໝາກຜົນແມ່ນ, ທ່ານ Yoshihide Suga ຍາດໄດ້ບັດສະໜັບສະໜູນ 337 ໃນຈຳນວນ 534 ບັດ. ຕາມການຄາດຄະເນແລ້ວ, ວັນທີ 16 ກັນຍາ, ສະພາແຫ່ງຊາດຍີ່ປຸ່ນ ຈະຈັດກອງປະຊຸມວິສາມັນເພື່ອປ່ອນບັດເລືອກຕັ້ງປະທານ LDP ດຳລົງຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່.

ແຫຼ່ງຄັດຈາກ vovworld.vn