ນີ້ແມ່ນຄັ້ງທຳອິດທີ່ການແຂ່ງຂັນໂອແລມປິກປັນຍາປະດິດສາກົນ (IOAI) ໄດ້ຈັດຂຶ້ນຢູ່ນະຄອນ Burgas, ປະເທດບຸນກາຣີ, ດ້ວຍການເຂົ້າຮ່ວມຂອງ 40 ທີມ ທີ່ມາຈາກ 33 ປະເທດ ແລະ ເຂດແຄ້ວນ, ເຊິ່ງລວມມີຫຼາຍປະເທດທີ່ມີພື້ນຖານວິທະຍາສາດພັດທະນາ. ຫວຽດນາມ ມີສອງທີມເຂົ້າຮ່ວມການແຂ່ງຂັນ.

ທີ່ IOAI 2024, ທີມຫວຽດນາມ ທີ 1 ຍາດໄດ້ 2 ຫຼຽນທອງ ໃນຮອບແຂ່ງຂັນວິທະຍາສາດ ແລະ ພາກປະຕິບັດຕົວຈິງ. ດ້ວຍຜົນງານດັ່ງກ່າວນີ້, ພ້ອມກັບການປະກອບສ່ວນຂອງທີມຫວຽດນາມ ທີ 2, ຫວຽດນາມ ໄດ້ຈັດຢູ່ອັນດັບທີ 6 ຂອງໂລກ, ຖັດຈາກ ລັດເຊຍ, ໂປໂລຍ, ສິງກະໂປ, ຈີນ ແລະ ຮຸງກາຣີ.

leftcenterrightdel
ການນໍາໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ຮ່າໂນ້ຍ - Amsterdam ມອບຊໍ່ດອກໄມ້ຊົມເຊີຍພວກນ້ອງນັກຮຽນ. ພາບ: qdnd.vn

ທ່ານນາງ ເຈິ່ນຖຸ່ຍເຢືອງ ຫົວໜ້າໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ຮ່າໂນ້ຍ - Amsterdam ໄດ້ຍ້ອງຍໍຊົມເຊີຍ ແລະມອບລາງວັນໃຫ້ແກ່ພວກນ້ອງນັກຮຽນທີ່ຍາດໄດ້ລາງວັນ ໂດຍຢັ້ງຢືນວ່າ ນີ້ແມ່ນຜົນງານທີ່ໜ້າພາກພູມໃຈ. ປັນຍາປະດິດເປັນຂົງເຂດທີ່ຍາກ ແລະຮຽກຮ້ອງຕ້ອງມີຄວາມຮູ້ອັນເລິກເຊິ່ງກວ້າງຂວາງ ພິເສດແມ່ນສຳລັບນັກຮຽນມັດທະຍົມປາຍ. ເພື່ອກະກຽມໃຫ້ແກ່ການແຂ່ງຂັນ IOAI, ທາງໂຮງຮຽນ ໄດ້ເລືອກເອົາທີມ ຈາກສະໂມສອນການສ້າງໂປຼແກຼມ ແລະສົມທົບກັບນັກສຶກສາ, ຄູອາຈານຂອງມະຫາວິທະຍາໄລ ເພື່ອໜູນຊ່ວຍ.

ໂດຍ: ທູຈາງ