leftcenterrightdel
ນັກຮຽນຫວຽດນາມ ເຂົ້າຮ່ວມການສອບເສັງ Olympic ຟີຊິກສາກົນ 2024. ພາບ: ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ.

ໃນນັ້ນ, ນັກຮຽນ 2 ຄົນທີ່ຍາດໄດ້ຫຼຽນຄຳແມ່ນມາຈາກໂຮງຮຽນມັດທະຍົມປາຍບັກຢາງ, ແຂວງບັກຢາງ. ຫົວຂໍ້ການສອບເສັງປີນີ້ ໄດ້ຮັບການຕີລາຄາວ່າ ດີ ແລະຍາກ, ເນື້ອໃນຫົວຂໍ້ຂອງການສອບເສັງພາກທິດສະດີ ແລະພາກປະຕິບັດແມ່ນຕິດພັນກັບພຶດຕິກໍາຕົວຈິງຂອງໃຊ້ຊີວິດ ແລະແຕະຕ້ອງເຖິງການນຳໃຊ້ວິທະຍາສາດເຕັກນິກທີ່ທັນສະໄໝ. ເພື່ອໃຫ້ໄດ້ຫຼຽນຄໍາ, ຜູ້ເຂົ້າສອບເສັງຕ້ອງໃຫ້ໄດ້ຢູ່ໃນ 8% ຂອງຜູ້ເຂົ້າສອບເສັງທີ່ມີຄະແນນສູງສຸດ. ດ້ວຍບັນດາຜົນງານດັ່ງກ່າວ, ຄະນະນັກຮຽນຫວຽດນາມ ໄດ້ຢູ່ໃນກຸ່ມທີ່ມີຜົນການສອບເສັງສູງສຸດໃນການສອບເສັງ Olympic ຟີຊິກສາກົນ 2024.

ໂດຍ: ຈາງຫງວຽນ