ກອງປະຊຸມ SDD ແມ່ນເວທີປາໄສສາກົນໃຫຍ່ ກ່ຽວກັບຄວາມໝັ້ນຄົງຢູ່ພາກພື້ນ ແລະໃນໂລກ, ໂດຍ ກະຊວງປ້ອງກັນປະເທດ ສ.ເກົາຫຼີ ເປັນເຈົ້າພາບຈັດຕັ້ງປະຈໍາປີ ແຕ່ປີ 2012 ດ້ວຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ອາວຸໂສ, ຊ່ຽວຊານ ແລະນັກຮຽນຮູ້ຄົ້ນຄວ້າກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບທີ່ມາຈາກຫຼາຍປະເທດ ແລະອົງການຈັດຕັ້ງສາກົນເປັນຈຳນວນຫຼວງຫຼາຍ. ກະຊວງປ້ອງກັນປະເທດຫວຽດນາມ ຈັດຄະນະຜູ້ແທນເຂົ້າຮ່ວມບັນດາກອງປະຊຸມປຶກສາຫາລື SDD ທຸກຄັ້ງນັບແຕ່ກ່ອນມາຮອດປັດຈຸບັນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມປຶກສາຫາລືດ້ານປ້ອງກັນຊາດ ເຊອຸນ ຄັ້ງທີ 13 ທີ່ ສ.ເກົາຫຼີ. ພາບ: qdnd.vn

ກອງປະຊຸມ SDD ປີນີ້ມີການເຂົ້າຮ່ວມຂອງຜູ້ແທນເກືອບ 900 ຄົນທີ່ມາຈາກ 70 ປະເທດ ແລະອົງການຈັດຕັ້ງສາກົນ, ໃນນັ້ນມີບັນດາປະເທດ ແລະອົງການຈັດຕັ້ງສາກົນໄດ້ຈັດສົ່ງຜູ້ແທນຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ ຫຼື ທຽບເທົ່າເຂົ້າຮ່ວມ.

ກອງປະຊຸມ SDD-13 ພາຍໃຕ້ຫົວຂໍ້ “ການຮ່ວມມືສາກົນ, ລື່ນກາຍສິ່ງທ້າທາຍຄວາມໝັ້ນຄົງທົ່ວໂລກ” ລວມມີ 3 ວາລະປະຊຸມຄົບຄະນະ: ສະກັດກັ້ນສົງຄາມ ແລະຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງຕາມກົດໝາຍ; ມຸ່ງໄປເຖິງມະຫາສະໝຸດອິນເດຍ-ປີຊີຟິກ ເສລີພາບ, ສັນຕິພາບ ແລະວັດທະນາຖາວອນ; ແກ້ໄຂວິກິດການຄວາມໝັ້ນຄົງໃນໂລກແຫ່ງການເຊື່ອມຕໍ່. ທີ່ບັນດາວາລະຄົບຄະນະ, ບັນດາຜູ້ແທນແບ່ງປັນທັດສະນະກ່ຽວກັບສະພາບການໂລກ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາຝ່າຍເຂົ້າຮ່ວມ, ຊຸກຍູ້ການເຈລະຈາ ແລະເພີ່ມທະວີການຮ່ວມມື.

leftcenterrightdel
 
leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ພົບປະສອງຝ່າຍກັບການນໍາກະຊວງປ້ອງກັນປະເທດ ບັນດາປະເທດ ຢູ່ນອກກອງປະຊຸມປຶກສາຫາລື SDD-13. ພາບ: qdnd.vn

ຢູ່ນອກກອງ SDD-13,  ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ມີການພົບປະສອງຝ່າຍກັບຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກໍາປູເຈຍ… ເພື່ອແລກປ່ຽນກ່ຽວກັບມາດຕະການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ໃນໄລຍະຈະມາເຖິງ; ມີການພົບປະຢູ່ນອກກອງປະຊຸມກັບຜູ້ຕາງໜ້າສະຖາບັນ IISS ອາຊີ ແລະສູນແບ່ງປັນຂໍ້ມູນຂ່າວສານຕ້ານໂຈນສະຫຼັດ ແລະພວກປຸ້ນປະກອບອາວຸດ ຕ້ານກໍາປັ່ນ, ເຮືອ ຢູ່ ອາຊີ ຂອງສິງກະໂປ.

ໂດຍ: ໄຊຊະນະ