ເວເນຊູເອລາ ປາດຖະໜາຢາກຮ່ວມມືກັບຫວຽດນາມ ໃນການສ້າງພື້ນຖານສື່ມວນຊົນປະຕິວັດທີ່ທັນສະໄໝ ແລະໝັ້ນຄົງເຂັ້ມແຂງ
    
    
    
        
            
ກປ.ອອນໄລ - ນີ້ແມ່ນຄຳເຫັນຂອງທ່ານນາງ Tania Valentina Diaz, ກຳມະການກົມການເມືອງ, ຮອງປະທານພັກສັງຄົມນິຍົມເປັນເອກະພາບ (PSUV) ກໍາອໍານາດ, ຫົວໜ້າຄະນະແນວຄິດສູນກາງພັກ ທີ່ການຕ້ອນຮັບ ແລະເຮັດວຽກກັບຄະນະປະຕິບັດງານຂອງສະຖານີວິທະຍຸກະຈາຍສຽງຫວຽດນາມ ນຳໜ້າໂດຍທ່ານ ໂງມິງຫຽນ, ຮອງຜູ້ອຳນວຍການສະຖານີວິທະຍຸກະຈາຍສຽງຫວຽດນາມ, ທີ່ສໍານັກງານໂຮງຮຽນສື່ມວນຊົນສາກົນ (LAUICOM) ຢູ່ນະຄອນຫຼວງ Caracas, ປະເທດ ເວເນຊູເອລາ.
        
        
        
            
	
		
			|     | 
		
			|  | 
		
			| ຄະນະປະຕິບັດງານວິທະຍຸກະຈາຍສຽງຫວຽດນາມ ຢ້ຽມຢາມ ແລະເຮັດວຽກຢູ່ສໍານັກງານໂຮງຮຽນສື່ມວນຊົນສາກົນ (LAUICOM). ພາບ: vovworld.vn | 
	
	ທ່ານນາງ Tania ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຂງແຮງຂອງວິທະຍຸກະຈາຍສຽງຫວຽດນາມ  ແລະເຊື່ອໝັ້ນວ່າ ການໄປປະຕິບັດງານຈະຊ່ວຍສ້າງຜົນສຳເລັດບຸກທະລຸໃນການຮ່ວມມືລະຫວ່າງສະຖານີວິທະຍຸຫວຽດນາມ ກັບບັນດາຄູ່ຮ່ວມມືຢູ່ ເວເນຊູເອລາ.
	ສ່ວນທ່ານ ໂງມິງຫຽນ ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງການຮ່ວມມືດ້ານການສື່ສານສອງຝ່າຍ, ຊ່ວຍສະໜອງຂໍ້ມູນຂ່າວສານໃຫ້ສື່ມວນຊົນສອງປະເທດກ່ຽວກັບປະເທດຊາດ, ຜູ້ຄົນ ແລະສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ; ພ້ອມກັນນັ້ນ, ກໍ່ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນວຽກງານສື່ສານການຕ່າງປະເທດຂອງທັງສອງປະເທດ.
	ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ເວເນຊູເອລາ, ຄະນະປະຕິບັດງານສະຖານີວິທະຍຸກະຈາຍສຽງຫວຽດນາມ ຍັງມີການເຮັດວຽກທີ່ບັນລຸໄດ້ຫຼາຍໝາກຜົນລະອຽດ ເພື່ອແນໃສ່ຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມືສື່ມວນຊົນໃຫຍ່ຢູ່ເວເນຊູເອລາ.
	ໂດຍ: ທູຈາງ