ທ່ານ ຫງວຽນວັນຖ້ວນ, ຮອງຫົວໜ້າພະແນກສຶກສາ ແລະກໍ່ສ້າງແຂວງນາມດິ້ງ ໃຫ້ຮູ້ວ່າ: ໂດຍປະຕິບັດຂໍ້ຕົກລົງຮ່ວມມືບໍາລຸງກໍ່ສ້າງນັກສຶກສາລາວລະຫວ່າງແຂວງນາມດິ໊ງ ແລະແຂວງອຸດົມໄຊ, ອີງຕາມບົດບັນທຶກຊ່ວຍຈໍາ ລົງໃນວັນທີ 3 ສິງຫາ 2017 ລະຫວ່າງສອງແຂວງ ແລະບົດບັນທຶກຊ່ວຍຈໍາລົງໃນວັນທີ 28 ມີນາ 2018 ລະຫວ່າງພະແນກສຶກສາ ແລະກໍ່ສ້າງແຂວງນາມດິ້ງ ກັບພະແນກສຶກສາທິການ ແລະກິລາແຂວງອຸດົມໄຊ, ນັບແຕ່ປີ 2018 ຮອດເດືອນມິຖຸນາ ປີ 2024 ມີນັກສຶກສາລາວ 13 ຄົນ ຮໍ່າຮຽນຢູ່ແຂວງນາມດິ້ງ. ນັກສຶກສາລາວທຸກຄົນທີ່ຮໍ່າຮຽນຢູ່ແຂວງນາມດິ້ງ ລ້ວນແຕ່ໄດ້ຮັບປະກັນກ່ຽວກັບຫໍພັກ, ລະບອບການກິນ ແລະການດໍາເນີນຊີວິດ. ນອກຈາກນັ້ນ, ທາງແຂວງຍັງຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນທາງດ້ານວັດທະນະທໍາ, ຈັດການແຂ່ງຂັນປາກເວົ້າດ້ວຍພາສາຫວຽດນາມ ແລະຈັດບຸນປີໃໝ່ລາວໃຫ້ແກ່ເຂົາເຈົ້າ, ອັນໄດ້ຊ່ວຍຮັດແໜ້ນນໍ້າໃຈສາມັກຄີ, ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດ...

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ກາວຊວນຮຸ່ງ ຫົວໜ້າພະແນກສຶກສາ ແລະກໍ່ສ້າງແຂວງນາມດິ້ງ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ທາງແຂວງຈະສືບຕໍ່ປັບປຸງພ້ື້ນຖານດ້ານວັດຖຸ, ອຸປະກອນການຮຽນການສອນ, ເຂດຫໍພັກເພື່ອຮັບປະກັນສະພາບແວດລ້ອມແຫ່ງການຮໍ່າຮຽນ ແລະການດໍາເນີນຊີວິດດີທີ່ສຸດໃຫ້ແກ່ນັກສຶກສາສາກົນ.

ສົກຮຽນ 2024-2025, ແຂວງນນາມດິງ ຄາດວ່າຈະເປີດຊຸດຝຶກອົບຮົມໂດຍກົງ ຫຼືທາງອອນລາຍ ໃຫ້ແກ່ພະນັກງານຄຸ້ມຄອງ ແລະ ຄູອາຈານຂອງແຂວງອຸດົມໄຊ ກ່ຽວກັບວຽກງານຄຸ້ມຄອງ ແລະການສິດສອນ, ພິເສດແມ່ນບັນດາວິຊາວິທະຍາສາດທໍາມະຊາດ...

ທີ່ການເຮັດວຽກ, ທ່ານ ສົມສັກ ສຸພິໄລ, ຫົວໜ້າພະແນກສຶກສາທິການ ແລະກິລາແຂວງອຸດົມໄຊ ຫວັງວ່າ ສອງຝ່າຍຈະສົມທົບກັນຈັດຕັ້ງບັນດາຊຸດຝຶກອົບຮົມ, ແລກປ່ຽນວິຊາການຄຸ້ມຄອງ, ສຶກສາ-ກໍ່ສ້າງ, ຄົ້ນຄວ້າວິທະຍາສາດ.

ໂດຍ: ທູຈາງ