leftcenterrightdel
ທີມຊາດຫວຽດນາມ ທີ່ເຂົ້າຮ່ວມການເສັງ Olympic ຟີຊິກສາດ ອາຊີ (AphO) ປີ 2024. ພາບ: ສໍານັກຂ່າວສານຫວຽດນາມ

ນັກຮຽນທັງ 8 ຄົນ ໃນທີມຊາດຫວຽດນາມ ທີ່ເຂົ້າຮ່ວມການເສັງ Olympic ຟີຊິກສາດ ອາຊີ (AphO) ປີ 2024 ລ້ວນແຕ່ຄວ້າໄດ້ຫຼຽນລາງວັນ. ໃນນັ້ນ, ມີຫຼຽນຄຳ 1 ຫຼຽນ, ຫຼຽນເງິນ 1 ຫຼຽນ ແລະຫຼຽນທອງ 6 ຫຼຽນ. ນີ້ແມ່ນໝາກຜົນທີ່ສູງກວ່າເມື່ອທຽບໃສ່ຊຸມປີກ່ອນ ແລະພາຍຫຼັງຫຼາຍປີ, ມາຮອດປີນີ້, ທີມຊາດຫວຽດນາມ ກໍ່ສາມາດຄວ້າໄດ້ຫຼຽນຄຳ.

ນັກຮຽນທີ່ຄວ້າໄດ້ຫຼຽນຄຳແມ່ນນ້ອງ ເທິນເທກົງ, ນັກຮຽນໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ບັກຢາງ, ແຂວງບັກຢາງ. ຫຼຽນເງິນ ໄດ້ແກ່ນ້ອງ ຮ່າຢວຽນຟຸກ, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ລາມເຊິນ, ແຂວງແທັງຮວ໊າ.   

ການເສັງ Olympic ຟີຊິກສາດ ອາຊີ ຄັ້ງທີ 24 ໄດ້ຈັດຂຶ້ນແຕ່ວັນທີ 3 ມິຖຸນາ ຫາວັນທີ 10 ມິຖຸນາ ຢູ່ມາເລເຊຍ. ເຂົ້າຮ່ວມການເສັງປີນີ້ມີ ນັກຮຽນ 208 ນ້ອງຂອງ 28 ທີມ ທີ່ມາຈາກ 27 ປະເທດ ແລະເຂດແຄວ້ນ.

ໂດຍ: ກວ໊ຽດເຕິມ