leftcenterrightdel
ພາບປະກອບ:  kpl.gov.vn

ເມື່ອບໍ່ດົນມານີ້,  ທະນາຄານສູນກາງ ເອີຣົບ (ECB) ໄດ້ປະກາດປັບຫລຸດອັດຕາດອກເບ້ຍ ຕື່ມອີກຈາກ 0,25% ລົງເຫລືອ 3,5%. ນີ້ແມ່ນຄັ້ງທີ 2 ໃນຮອບເວລາ 5ປີຜ່ານມາ, ນັບແຕ່ປີ 2019, ECB ຕັດສິນໃຈ ຫລຸດດອກເບ້ຍລົງ ພາຍຫລັງຜັນຂະຫຍາຍຍຸດທະສາດ ເພີ່ມອັດຕາດອກເບ້ຍຢ່າງຂ້ຽວຂາດ ນັບແຕ່ປີ 2022 ເພື່ອຕ້ານຄືນການເພີ່ມລາຄາຢ່າງແຮງໃນໄລຍະປະມານ 4 ທົດສະວັດຜ່ານມາ.

ກ່ອນໜ້ານັ້ນ, ຕົ້ນເດືອນມິຖຸນາຜ່ານມາ, ECB ໄດ້ຫລຸດອັດຕາດອກເບ້ຍລົງເຫຼືອ 3,75%. ບັນດາສັນຍານນີ້ສະແດງໃຫ້ເຫັນວ່າ ໄພເງິນເຟີ້ພວມມີທ່າຫຼຸດລົງຢ່າງແຮງ ເຊິ່ງໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງບັນດາຜູ້ວາງແຜນນະໂຍບາຍໃນການສືບຕໍ່ຫຼຸດອັດຕາດອກເບ້ຍລົງ. ສະພາຜູ້ວ່າການ ECB ຕ້ອງຮັກສາ ຄວາມດຸ່ນດ່ຽງ ລະຫວ່າງບັນດາຄວາມວິຕົກກັງວົນ ກ່ຽວກັບແງ່ຫວັງໃນການເຕີບໂຕທີ່ເປັນໜ້າຜິດຫວັງກັບຄວາມຕ້ອງການ ເພື່ອຮັບປະກັນວ່າໄພເງິນເຟີ້ໄດ້ຮັກສາຢູ່ລະດັບ 2% ໂດຍທະນາຄານ ECB ວາງອອກ.

ຂ່າວ: ສໍານັກຂ່າວສານລາວ