ພາຍຫຼັງ 2 ປີແຫ່ງການຜັນຂະຫຍາຍແຜນຮ່າງ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ປະທານຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ໄດ້ຢືນຢັນວ່າ: ແຜນຮ່າງໄດ້ສ້າງບາດກ້າວບຸກທະລຸໃນວຽກງານຮັກສາ ແລະພັດທະນາພາສາຫວຽດ ໃນປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ, ສ້າງກໍາລັງໜູນໃນການເຄື່ອນໄຫວສິດສອນ, ຮໍ່າຮຽນ, ຕອບສະໜອງຄວາມມຸ່ງຫວັງ ແລະຄວາມຕ້ອງການທີ່ແທດຈິງຂອງປະຊາຄົມ.

ຕາມທ່ານນາງ ເລທິທູຮັ່ງ ແລ້ວ, ຜ່ານ 2 ປີແຫ່ງການຜັນຂະຫຍາຍ, ແຜນຮ່າງໄດ້ຮັບຄວາມເອົາໃຈໃສ່ຈາກບັນດາອົງການ, ອົງການຈັດຕັ້ງມະຫາຊົນ, ບັນດາອົງການຈັດຕັ້ງສັງຄົມ, ປະຊາຄົມວິສາຫະກິດ ແລະ ພິເສດແມ່ນໄດ້ຮັບການຕອບສະໜອງຈາກຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະ ກະຊວງການຕ່າງປະເທດ ໄດ້ສົມທົບກັບບັນດາຄະນະ, ກະຊວງ, ຂະແໜງ ການ ແລະບັນດາອົງການທີ່ກ່ຽວຂ້ອງ ມານະພະຍາຍາມຜັນຂະຫຍາຍບັນດາການເຄື່ອນໄຫວຢ່າງຄົບຊຸດ, ຄື: ຝຶກອົບຮົມທັກສະການສອນພາສາຫວຽດ ຢູ່ຫວຽດນາມ ແລະປະເທດປະຈໍາຖິ່ນ ໃຫ້ຄູອາຈານຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ; ກໍ່ສ້າງຕູ້ປຶ້ມພາສາຫວຽດ ແລະສະໜອງປຶ້ມຮັບໃຊ້ປະຊາຄົມໃນບາງບໍລິເວນ; ສົມທົບກັນກໍ່ສ້າງເວັບໄຊສອນພາສາຫວຽດ ໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຂອງມະຫາວິທະຍາໄລວິທະຍາສາດ-ສັງຄົມ ແລະມະນຸດສາດ, ລາຍການ “ສະບາຍດີພາສາຫວຽດ” ແລະ “ຂີດໝາຍຫວຽດນາມ” ຂອງໂທລະພາບຫວຽດນາມ (VTV4)...

leftcenterrightdel
ເປີດຕູ້ປື້ມພາສາຫວຽດ ຢູ່ຝຣັ່ງ ໃນເດືອນກໍລະກົດ 2024. ພາບ: ເຮືອງໂງ

ປະຊາຄົມຊາວຫວຽດນາມ ອາໄສຢູ່ຫຼາຍປະເທດໄດ້ສົມທົບກັນຢ່າງຕັ້ງໜ້າກັບບັນດາອົງການຜູ້ຕາງໜ້າຈັດຕັ້ງການເຄື່ອນໄຫວຕອບສະໜອງວັນເຊີດຊູພາສາຫວຽດ ເຊັ່ນ: ສ້າງຕັ້ງຄະນະພາສາຫວຽດສະເພາະກິດ ໃນສະມາຄົມຕ່າງໆ; ເປີດໃໝ່ ຫຼືເປີດກວ້າງຂອບຂະໜາດຂອງໂຮງຮຽນ ແລະຫ້ອງສອນ ແລະຮຽນພາສາຫວຽດ; ສ້າງ “ເວທີປາໄສຮັກສາພາສາຫວຽດນາມຢູ່ຕ່າງປະເທດ”; ຈັດຕັ້ງກອງປະຊຸມສຳມະນາ, ປຶກສາຫາລື... ແບ່ງປັນປະສົບການກ່ຽວກັບວິທີການສອນ-ການຮຽນພາສາຫວຽດ.

ພິເສດແມ່ນການເຄື່ອນໄຫວ “ວັນເຊີດຊູພາສາຫວຽດ” ວັນທີ 8 ກັນຍາ ແລະ ການປະກວດ “ຊອກຫາທູດພາສາ ຫວຽດ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ”, ພາຍຫຼັງ 2 ປີແຫ່ງການຈັດຕັ້ງ ໄດ້ຄັດເລືອກ ແລະເຊີດຊູທູດພາສາຫວຽດ 10 ຄົນ ຢູ່ບັນດາບໍລິເວນ ແລະເກນອາຍຸຕ່າງກັນ, ໃນນັ້ນ ທູດ ທີ່ມີອາຍຸນ້ອຍທີ່ສຸດແມ່ນ 8 ປີ (ຊາວຫວຽດນາມ ອາໄສຢູ່ ຍີ່ປຸ່ນ) ແລະ ມີ ທັງທູດທີ່ເປັນຊາວຕ່າງປະເທດ (ນັ້ນແມ່ນປະເທດລາວ).

ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: ປະຈຸບັນ ຫວຽດນາມ ພວມສະເໜີສ້າງສູນວັດທະນະທຳ ຫວຽດນາມ ຢູ່ຕ່າງປະເທດຕື່ມອີກ. ນີ້ແມ່ນໜຶ່ງໃນບັນດາໜ້າທີ່ ທີ່ໄດ້ສະເໜີໃນຮ່າງໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາວັດທະນະທຳໄລຍະ 2025-2035 ຂອງລັດຖະບານ, ເພື່ອແນໃສ່ເປົ້າໝາຍຢັ້ງຢືນຖານະບົດບາດ, ທີ່ຕັ້ງຂອງປະເທດ, ໂຄສະນາບັນດາຜົນງານພັດທະນາຂອງປະເທດ ແລະປະຊາຊົນຫວຽດນາມ, ເຜີຍແຜ່ວັດທະນະທຳ ຫວຽດນາມ ອອກສູ່ໂລກ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ປະທານຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ. ພາບ: ຕຽວຫງວຽນ

ເພື່ອໃຫ້ບັນດາສູນວັດທະນະທຳຫວຽດນາມ ຢູ່ຕ່າງປະເທດ ເສີມຂະຫຍາຍບົດບາດໃນການຈັດຕັ້ງການຮຽນ-ການສອນພາສາຫວຽດ ຢ່າງເປັນລະບົບ, ມີແບບມີແຜນ ແລະ ມີປະສິດທິຜົນກວ່າ, ທ່ານນາງ ເລທິທູຮັ່ງ ຖືວ່າ ຕ້ອງມີການກໍານົດທິດຢ່າງຈະແຈ້ງ ແລະ ສົມທົບກັນຢ່າງແໜ້ນແຟ້ນຂອງບັນດາອົງການເຈົ້າໜ້າທີ່, ອົງການຜູ້ຕາງໜ້າຫວຽດນາມ ປະຈຳຢູ່ຕ່າງປະເທດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

ທ່ານນາງ ເລທິທູຮັ່ງ ເນັ້ນໜັກວ່າ “ກ່ອນອື່ນໝົດ, ສຳລັບປະຊາຊົນຢູ່ປະເທດປະຈໍາຖິ່ນແລ້ວ, ສູນວັດທະນະທຳແມ່ນສະຖານທີ່ໂຄສະນາວັດທະນະທຳຫວຽດນາມ, ສົ່ງເສີມໃຫ້ເພື່ອນມິດສາກົນໄດ້ຮ່ຳຮຽນ ແລະເຄົາລົບວັດທະນະທຳຫວຽດນາມ, ຮູ້ພາສາຫວຽດໄດ້ສ່ວນໃດສ່ວນໜຶ່ງ ຜ່ານຕູ້ປຶ້ມພາສາຫວຽດ, ບັນດາການເຄື່ອນໄຫວສະແດງສິລະປະ, ງານວາງສະແດງ, ກອງປະຊຸມສຳມະນາ, ງານບຸນວັດທະນະທຳຫວຽດນາມ ... ທີສອງ, ສຳລັບຊາວຫວຽດນາມ ອາໄສຢູ່ປະເທດປະຈໍາຖິ່ນ, ນີ້ຈະເປັນຊາຍຄາລວມ, ເປັນບ່ອນອະນຸລັກຮັກສາຄວາມສວຍງາມຂອງວັດທະນະທຳຫວຽດນາມ, ເປັນບ່ອນທີ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ... ພິເສດແມ່ນລຸ້ນໜຸ່ມໄດ້ຮ່ຳຮຽນ,  ຝຶກຫັດພາສາຫວຽດ ແລະຊອກຫາກົກເຄົ້າເຫງົ້າກໍແຫ່ງຊາດ. ສິ່ງສຳຄັນທີ່ສຸດແມ່ນສ້າງສະຖານທີ່ ແລະ ສະພາບແວດລ້ອມໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ມີເກນອາຍຸແຕກຕ່າງກັນ ໄດ້ຄົ້ນຄ້ວາວັດທະນະທຳຂອງຊາດ  ຜ່ານບັນດາການເຄື່ອນໄຫວທີ່ເໝາະສົມ, ຜ່ານນັ້ນປຸກລະດົມຄວາມຮັກແພງດ້ານພາສາຫວຽດ ແລະວັດທະນະທໍາຫວຽດນາມ. ທີສາມ, ເລື່ອງພັດທະນາສູນວັດທະນະທຳຫວຽດນາມ ຢູ່ຕ່າງປະເທດ ຕ້ອງມີວິວັດທະນາການ, ກ້າວເດີນແຕ່ລະບາດກ້າວ, ມີຈຸດສຸມ, ຈຸດໃຈກາງ, ຄັດເລືອກບໍລິເວນ ແລະວິທີຜັນຂະຫຍາຍທີ່ເໝາະສົມ”.

ໂດຍ: ທະນາພອນ