leftcenterrightdel
ມີຫຼາຍຄົນ ມາຊອກຮູ້ກ່ຽວກັບປຶ້ມຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: ສໍານັກຂ່າວສານຫວຽດນາມ

ໂດຍໄດ້ດຳເນີນໃນລະຫວ່າງວັນທີ 7 - 8 ກັນຍາ, ຢູ່ນະຄອນທະເລ Ostende, ງານບຸນປີນີ້ ໄດ້ຕ້ອນຮັບແຂກມາຊົມຫຼາຍກວ່າ 15.000 ຄົນ, ດ້ວຍກິດຈະກຳຫຼາຍຢ່າງທີ່ອຸດົມສົມບູນ.

ຮ້ານວາງສະແດງຂອງສະຖານທູດ ຫວຽດນາມ ໄດ້ຮັບຄວາມສົນໃຈເປັນພິເສດຈາກເພື່ອນມິດສາກົນ. ທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແບນຊິກ ໃຫ້ຮູ້ວ່າ ຫວຽດນາມ ແນະນຳເຖິງມະຫາຊົນແບນຊິກ ແລະ ເພື່ອນມິດສາກົນກ່ຽວກັບປະທານ ໂຮ່ຈີມິນ ຜ່ານບັນດາເອກະສານປະຫວັດສາດກ່ຽວກັບຊີວິດ, ພາລະກິດການເຄື່ອນໄຫວປະຕິວັດຂອງເພິ່ນ. ພ້ອມດຽວກັນນັ້ນ, ຫວຽດນາມ ກໍໄດ້ແນະນຳປຶ້ມຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ໄດ້ແປເປັນພາສາ ຝລັ່ງ, ອັງກິດ, ໂຮນລັງ, ໂດຍສຸມໃສ່ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ ຢູ່ ຫວຽດນາມ. ມີຫຼາຍຄົນມາຊອກຮູ້ກ່ຽວກັບຜົນງານນີ້ ແລະ ຢາກໄດ້ປຶ້ມເຫຼັ້ມນີ້.

ໂດຍ: ກວຽດເຕິມ