ຊັບສົມບັດລວມອັນລ້ຳຄ່າຂອງສອງຊາດ

ທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຊົມຊື່ນ ແລະຕີລາຄາສູງການພົວພັນຮ່ວມມືຫວຽດນາມ-ລາວ ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ບັນລຸໄດ້ໝາກຜົນທີ່ແທດຈິງໃນຫຼາຍຂົງເຂດ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ,  ຄວາມປອດໄພໃນສັງຄົມຂອງແຕ່ລະປະເທດ; ສືບຕໍ່ປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະ ໃນໂລກ. ການນຳສອງທ່ານຍັງສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນລະຫວ່າງຫວຽດນາມ - ລາວ - ກຳປູເຈຍ ນັບມື້ນັບພັດທະນາອັນດີງາມ ແລະຖືເປັນສໍາຄັນ ກໍຄືປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືລະຫວ່າງ 3 ພັກ,  3 ປະເທດ, ໃນນັ້ນປະຕິບັດຜົນການພົບປະລະຫວ່າງການນໍາ 3 ທ່ານຂອງ 3 ພັກ ຢ່າງມີປະສິດທິຜົນ ກໍຄືກົນໄກຮ່ວມມືສາມຝ່າຍອື່ນໆ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພ້ອມດ້ວຍບັນດາຜູ້ແທນຫວຽດນາມ ທີ່ການພົບປະ. ພາບ: qdnd.vn
leftcenterrightdel
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍບັນດາຜູ້ແທນລາວ ທີ່ການພົບປະ. ພາບ: qdnd.vn

ທີ່ການພົບປະ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ  ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ  ໄດ້ຕີລາຄາສູງຜົນການຮ່ວມມືລະຫວ່າງສອງປະເທດ ໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ, ວິທະຍາສາດ ແລະເຕັກໂນໂລຢີ; ພ້ອມກັນນັ້ນ, ສະເໜີບາງທິດທາງຮ່ວມມື ແລະ ມາດຕະການລະອຽດແນໃສ່ຍົກສູງປະສິດທິຜົນການຮ່ວມມື. ນາຍົກລັດຖະມົນຕີສອງທ່ານ ເນັ້ນໜັກວ່າ: ຕ້ອງສ້າງບາດກ້າວບຸກທະລຸໃນການພັດທະນາເສດຖະກິດ, ການຄ້າ ໃຫ້ສົມກັບຂອບຂະໜາດການພົວພັນດ້ານການເມືອງ ແລະຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດ, ສຸມໃສ່ແກ້ໄຂສິ່ງທີ່ຍັງຄົງຄ້າງ ໃນການຮ່ວມມື, ຊຸກຍູ້ການເຊື່ອມຕໍ່, ການໜູນຊ່ວຍລະຫວ່າງສອງພື້ນຖານເສດຖະກິດຫວຽດນາມ - ລາວ ແລະ ລະຫວ່າງ 3 ພື້ນຖານເສດຖະກິດ ຫວຽດນາມ - ລາວ - ກໍາປູເຈຍ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: qdnd.vn

ການນຳຂອງສອງພັກ ແລະ  ສອງປະເທດ ເຫັນດີນຳກັນວ່າ ໃນໄລຍະຈະມາເຖິງ, ຕ້ອງຕັ້ງໜ້າຜັນຂະຫຍາຍທິດທາງຈຸດສຸມ ເຊິ່ງການນຳສອງຝ່າຍ ໄດ້ເຫັນດີເປັນເອກະພາບ, ສືບຕໍ່ນໍາການພົວພັນດ້ານການເມືອງ ເຂົ້າສູ່ລວງເລິກ, ເປັນແກ່ນສານກໍານົດທິດທາງສັງລວມການພົວພັນຮ່ວມມື; ສົມທົບກັນຢ່າງແໜ້ນແຟ້ນໃນບັນຫາຍຸດທະສາດ, ພ້ອມກັນກະກຽມ ຈັດຕັ້ງກອງປະຊຸມໃຫຍ່ຂອງພັກ ທຸກຂັ້ນ ໃຫ້ດີ, ມຸ່ງໄປເຖິງການຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງແຕ່ລະພັກ; ເພີ່ມທະວີ ແລະ ເສີມຂະຫຍາຍເສົາຄໍ້າການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ກວ່າເກົ່າ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ; ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ  ພ້ອມດ້ວຍຜູ້ແທນສອງປະເທດເຂົ້າຮ່ວມການພົບປະ. ພາບ: qdnd.vn

ບັນດາການນຳສອງຝ່າຍ ຍັງເຫັນດີເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ປຶກສາຫາລື, ສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ; ປະຕິບັດບັນດາຖະແຫຼງການຮ່ວມຫວຽດນາມ - ລາວ ແລະຂໍ້ຕົກລົງລະຫວ່າງສອງພັກ, ສອງລັດ, ໂຄງການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຢ່າງມີປະສິດທິຜົນ, ເພີ່ມທະວີການເຊື່ອມຕໍ່, ການໜູນຊ່ວຍລະຫວ່າງສອງພື້ນຖານເສດຖະກິດ; ມີມາດຕະການແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງຄົງຄ້າງ ຍົກສູງຄຸນນະພາບ ແລະປະສິດທິຜົນຂອງການຮ່ວມມືລົງທຶນ. ສອງຝ່າຍຢັ້ງຢືນວ່າ ຄວນເສີມຂະຫຍາຍປະສິດທິຜົນບັນດາກົນໄກທີ່ມີຢູ່ແລ້ວ, ສືບຕໍ່ປ່ຽນແປງໃໝ່ປະດິດສ້າງ ແລະຍົກສູງປະສິດທິຜົນການຮ່ວມມືໃນທຸກຂົງເຂດ, ພ້ອມທັງກໍ່ສ້າງກົນໄກທີ່ເໝາະສົມ ແນໃສ່ເພີ່ມທະວີສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ, ເພື່ອຜົນປະໂຫຍດທີ່ແທດຈິງຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ການຮ່ວມມື, ການພັດທະນາຂອງພາກພື້ນ ແລະ ໃນໂລກ.

ສັນຍາລັກ "ມີໜຶ່ງບໍ່ມີສອງ" ຂອງນໍ້າໃຈສາມັກຄີສາກົນ

ຕອນບ່າຍວັນທີ 11 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ  ໄດ້ມີການພົບປະກັບອະດີດທະຫານອາສາສະໝັກ, ຊ່ຽວຊານຫວຽດນາມ, ນັກສຶກສາຫວຽດນາມ ທີ່ເຄີຍຮໍ່າຮຽນຢູ່ລາວ ແລະ ຄົນຮຸ່ນໜຸ່ມຂອງສອງປະເທດ ຫວຽດນາມ-ລາວ.

leftcenterrightdel
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ຢື້ຢາມຖາມຂ່າວສຸຂະພາບພົນຈັດຕະວາ ຮວິ່ງດັກເຮືອງ, ຜູ້ຕາງໜ້າຄະນະປະສານງານອະດີດທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ຊ່ວຍການປະຕິວັດລາວ. ພາບ: qdnd.vn

ທ່ານ ທອງລຸນ ສີສຸລິດ ສະແດງຄວາມເອກອ້າງທະນົງໃຈ ແລະຄວາມສະເທືອນໃຈຕໍ່ການປະກອບສ່ວນ ແລະການເສຍສະຫຼະອັນໃຫຍ່ຫຼວງຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ; ຈົດຈໍາບັນດາຮູບພາບປະທັບໃຈໃນປະຫວັດສາດກ່ຽວກັບບັນດານັກຮົບສອງປະເທດທີ່ໄດ້ຄຽງບ່າຄຽງໄຫຼ່, ຮ່ວມຂຸມຄອງດຽວກັນ, ແບ່ງທຸກແບ່ງສຸກ, ຊ່ວຍເຫຼືອກັນ, ເສຍສະຫຼະໃຫ້ກັນເພື່ອນຳເອົາເອກະລາດ ແລະອິດສະຫຼະພາບມາໃຫ້ປະເທດຊາດ ແລະຄວາມຜາສຸກ, ຄວາມອີ່ມໜໍາສໍາລານໃຫ້ແກ່ປະຊາຊົນສອງປະເທດ.

ຜົນສຳເລັດຂອງຫວຽດນາມ ແມ່ນແຫຼ່ງລະດົມກໍາລັງໃຈ ຕໍ່ກັບລາວ

ຕອນບ່າຍວັນທີ 11 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ.

ທີ່ການພົບປະ, ທ່ານ ເຈິ່ນແທັງເໝິນ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ  ຈະສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.

ຕໍ່ໜ້າຄວາມເສຍຫາຍອັນໃຫຍ່ຫຼວງດ້ານຊີວິດອິນຊີ  ແລະຊັບສິນ ຍ້ອນພາຍຸໄຕ້ຝຸ່ນຢາກີ  ກໍ່ຂຶ້ນ, ທ່ານ ທອງລຸນ ສີສຸລິດ ໄດ້ສົ່ງຄໍາຢື້ຢາມຖາມຂ່າວຢ່າງຈິງໃຈເຖິງປະຊາຊົນຫວຽດນາມ ອ້າຍນ້ອງ; ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ ແລະຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງພັກ, ສະພາແຫ່ງຊາດ ແລະລັດຖະບານຫວຽດນາມ, ປະຊາຊົນຫວຽດນາມ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຖືກຜົນສະທ້ອນຈະກັບຄືນສູ່ສະພາບປົກກະຕິໂດຍໄວ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດຫວຽດນາມ ກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ທອງລຸນ ສີສຸລິດ ຂອບໃຈສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ຊ່ວຍເຫຼືອຢ່າງຈິງໃຈ ແລະ ມີປະສິດທິຜົນໃຫ້ແກ່ສະພາແຫ່ງຊາດລາວ; ຫວັງວ່າ ສະພາແຫ່ງຊາດສອງປະເທດ ຈະສືບຕໍ່ແລກປ່ຽນ, ແບ່ງປັນບົດຮຽນ, ປະສົບການໃນການປະຕິບັດພາລະບົດບາດ, ໜ້າທີ່, ສິດອຳນາດທີ່ໄດ້ຮັບມອບໝາຍ, ນໍາການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ໃຫ້ນັບມື້ນັບບັນລຸປະສິດທິຜົນສູງ.

ທ່ານ ເຈິ່ນແທັງເໝິນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນຢ່າງແຂງແຮງ ແລະຮອບດ້ານໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດລາວ; ເນັ້ນໜັກວ່າ ຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນເພື່ອແນໃສ່ເພີ່ມພູນຄູນສ້າງໃຫ້ສາຍພົວພັນລະຫວ່າງຫວຽດນາມ - ລາວ ເວົ້າລວມ ແລະລະຫວ່າງສະພາແຫ່ງຊາດສອງປະເທດເວົ້າສະເພາະ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

leftcenterrightdel
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ  ພ້ອມດ້ວຍພັນລະຍາ ວາງພວງມາລາ ແລະເຂົ້າສຸສານໄວ້ອາໄລປະທານ ໂຮ່ຈີມິນ. ພາບ: qdnd.vn

* ຕອນເຊົ້າວັນທີ 11 ກັນຍາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຂອງພັກ, ລັດລາວ ໄດ້ມາວາງພວງມາລາ, ເຂົ້າສຸສານໄວ້ອາໄລປະທານ ໂຮ່ຈີມິນ, ວາງພວງມາລາຢູ່ອະນຸສາວະລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ  ຢູ່ຖະໜົນບັກເຊີນ, ນະຄອນຮ່າໂນ້ຍ.

ໂດຍ: ທູຈາງ