ລາຍການດັ່ງກ່າວແມ່ນເພື່ອແນໃສ່ສ້າງສະພາບແວດລ້ອມໃຫ້ບັນດາສະມາຊິກຊາວໜຸ່ມ, ນັກສຶກສາຂອງ 3 ປະເທດທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລໃນບໍລິເວນແຂວງ ກອນຕູມ ໄດ້ແລກປ່ຽນວັດທະນະທຳ, ແລກປ່ຽນບົດຮຽນໃນການຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ບໍາລຸງສ້າງທັກສະສັງຄົມ.

leftcenterrightdel
ມອບທຶນການສຶກສາ 20 ທຶນໃຫ້ບັນດານັກສຶກສາທີ່ມີຜົນງານສູງໃນການຮໍ່າຮຽນໃນວັນບຸນນັກສຶກສາຫວຽດນາມ - ລາວ - ກໍາປູເຈຍ ປີ 2024. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ວັນບຸນ, ທ່ານ ຫງວຽນບ໋າວເຕິນ ຮອງເລຂາຄະນະຊາວໜຸ່ມແຂວງ ກອນຕູມ ໃຫ້ຮູ້ວ່າ: ແຕ່ລະປີ, ຄະນະຊາວໜຸ່ມແຂວງ ກອນຕູມ ໄດ້ຈັດຕັ້ງບັນດາລາຍການພົບປະແລກປ່ຽນລະຫວ່າງນັກສຶກສາສາມປະເທດ ຫວຽດນາມ - ລາວ - ກໍາປູເຈຍ ເພື່ອແນໃສ່ສ້າງກາລະໂອກາດໃຫ້ນັກສຶກສາຊອກຮູ້ກ່ຽວກັບມູນເຊື້ອວັດທະນະທຳ, ປະຫວັດສາດການພົວພັນອັນດີງາມ, ຄວາມສາມັກຄີ, ມິດຕະພາບລະຫວ່າງ 3 ປະເທດ. ໂລກພວມຢູ່ໃນໄລຍະແຫ່ງການເຊື່ອມໂຍງເພື່ອພັດທະນາ, ໃນນັ້ນບົດບາດຂອງນັກສຶກສາແມ່ນປັດໄຈສຳຄັນເພື່ອແນໃສ່ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ, ຄວາມສະໜິດຕິດພັນຂອງ 3 ປະເທດ.

ນັກສຶກສາແມ່ນ “ຂົວເຊື່ອມຕໍ່” ເພື່ອເພີ່ມພູນຄູນສ້າງສາຍພົວພັນອັນດີງາມລະຫວ່າງປະເທດບ້ານໃກ້ເຮືອນຄຽງ, ປະກອບສ່ວນສ້າງສາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ມຸ່ງໄປເຖິງເປົ້າໝາຍສ້າງປະຊາຄົມອາຊຽນ ສາມັກຄີ, ສັນຕິພາບ ແລະພັດທະນາ. ບົນເນື້ອໃນຈິດໃຈນັ້ນ, ປະຊາຄົມນັກສຶກສາ ຫວຽດນາມ - ລາວ - ກໍາປູເຈຍ ຕ້ອງແບ່ງປັນນ້ຳໃຈ "ຮ່ວມສຸກ, ຮ່ວມທຸກ", "ແບ່ງທຸກ, ແບ່ງສຸກ"  ນຳກັນ, ສືບຕໍ່ສືບທອດ ແລະເສີມຂະຫຍາຍບັນດາມູນເຊື້ອອັນດີງາມຂອງຄົນລຸ້ນກ່ອນ.

ໂດຍ: ຈາງຫງວຽນ