ຄວາມໄຝ່ຝັນເປັນຄູສອນແຕ່ຄາວນ້ອຍ

ຄູສອນ ຟານຈີ໊ (ເກີດປີ 1978) ປະຈຸບັນແມ່ນຄູສອນໂຮງຮຽນປະຖົມ ແລະໂຮງຮຽນມັດທະຍົມຕອນຕົ້ນ ເຮື໊ອງເລີບ, ເມືອງເຮື໊ອງຮ໊ວາ, ແຂວງກວາງຈິ້. ເກີດ ແລະໃຫຍ່ຂຶ້ນໃນຄອບຄົວຊາວນາມີລູກຫຼາຍຄົນປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ ຈ້ຽວຟອງ, ແຂວງກວາງຈິ້, ເພາະສະນັ້ນແຕ່ຄາວນ້ອຍ, ຈິ້ ຍາມໃດກໍ່ມານະພະຍາຍາມຮ່ຳຮຽນເພື່ອຊ່ວຍພໍ່ແມ່.

ຄາວນ້ອຍ, ເພື່ອໄດ້ຮ່ຳຮຽນ, ທຸກວັນ ຈິ້ ຕ້ອງໄປເຮັດສວນ, ເຮັດນາແລ້ວໄປຮຽນ. ທຸກປີ, ເມື່ອລະດູແລ້ງວຽນມາ, ຈິ້ ໄປຫາເງິນເພື່ອກະກຽມສົກຮຽນໃໝ່. ຍິ່ງປະສົບກັບຄວາມຫຍຸ້ງຍາກ, ຂ້າພະເຈົ້າຍິ່ງພະຍາຍາມຮ່ຳຮຽນ. ແຕ່ຈາກນັ້ນ, ຂ້າພະເຈົ້າມີຄວາມໄຝ່ຝັນກາຍເປັນຄູສອນ.

leftcenterrightdel
ຄູສອນ ຟານຈິ້ ພ້ອມກັບບັນດານັກຮຽນ. ພາບ: NVCC

ປີ 2002, ພາຍຫຼັງຮຽນຈົບມະຫາວິທະຍາໄລສ້າງຄູ ເຫວ້, ຄູສອນ ຟານຈິ້ ໄດ້ເລືອກບ້ານເກີດເມືອງນອນແມ່ນແຂວງກວາງຈິ້ ເພື່ອເຮັດວຽກ. ແຕ່ປີ 2002 ຈົນຮອດປະຈຸບັນ, ຄູສອນ ຟານຈິ້ ໄດ້ສິດສອນຢູ່ຫຼາຍໂຮງຮຽນຢູ່ເຂດຫ່າງໄກສອກຫຼີກ, ຕິດຈອດກັບຊາຍແດນລາວ ຂອງແຂວງກວາງຈິ້.

ໄລຍະຫາກໍ່ຮຽນຈົບ, ຄູສອນ ຟານຈິ້ ໄດ້ມອບໜ້າທີ່ສິດສອນຢູ່ໂຮງຮຽນ ເຈຍ, ຕາແສງ ເຮື໊ອງເຊີນ, ເມືອງເຮື໊ອງຮ໊ວາ, ແຂວງກວາງຈິ້. ທົບທວນຄືນຊຸມວັນທຳອິດໄປສິດສອນ, ຄູສອນ ຈິ້ ໃຫ້ຮູ້ວ່າ ໄລຍະນັ້ນ, ຄູສອນ ຈິ້ ຕ້ອງຂັບລົດຈັກ ດ້ວຍໄລຍະທາງ 12km ເສັ້ນທາງແລ່ນເຂົ້າປ່າ ແລະພູຜາ, ຍ່າງໄປອີກ 2 ຊົ່ວໂມງ ຈຶ່ງຮອດໂຮງຮຽນ.

ເພາະວ່າໂຮງຮຽນຢູ່ເຂດຫ່າງໄກສອກຫຼີກ, ເສັ້ນທາງໄປມາຫຍຸ້ງຍາກ, ເພາະສະນັ້ນເວລາປະມານ 2 ເດືອນ ຄູສອນ ຈຶ່ງກັບເມືອເຮືອນເທື່ອໜຶ່ງ. ທຸກວັນ, ນອກຈາກການສິດສອນຢູ່ໂຮງຮຽນແລ້ວ, ຄູ ໄດ້ສອນໃຫ້ພວກນ້ອງນ້ອຍຕື່ມອີກ 2 ຊົ່ວໂມງໃນຕອນບ່າຍ. ເວລາຍັງເຫຼືອ, ຄູສອນພ້ອມກັບນັກຮຽນໄປເກັບຜັກ, ຫາປາເພື່ອມີອາຫານ ຮັບປະກັນໃຫ້ຊີວິດການເປັນຢູ່. ຮູ້ສຶກການເຮັດວຽກຢ່າງສຸດຈິດສຸດໃຈຂອງຄູສອນ ຈິ້, ພໍ່ແມ່ປະຊາຊົນຢູ່ທີ່ນີ້ໄດ້ເອົາເຂົ້າສານ ມາສະໜັບສະໜູນ, ຊ່ວຍຄູສອນຜ່ານຜ່າໄລຍະຫຍຸ້ງຍາກ.

ສິດສອນຢ່າງສຸດຈິດສຸດໃຈ

ແບ່ງປັນກ່ຽວກັບນັກຮຽນ, ຄູສອນ ຟານຈິ້ ໃຫ້ຮູ້ວ່າ ນັກຮຽນຢູ່ເຂດຊາຍແດນ, ນັກຮຽນຫຼາຍຄົນບໍ່ມັກໄປຮຽນ, ບາງເທື່ອມັກໄປໂຮງຮຽນ, ບໍ່ມັກໄປເຮັດສວນເຮັດນາກັບພໍ່ແມ່. ໃນຂະນະນັ້ນ, ຜູ້ປົກຄອງນັກຮຽນ ກໍ່ບໍ່ເອົາໃຈໃສ່ເຖິງການຮ່ຳຮຽນຂອງ ລູກ.

ໃນໄລຍະເວລາສິດສອນເປັນເວລາ 22 ປີ, ຄູສອນ ຟານຈິ້ ຈື່ທີ່ສຸດແມ່ນການໄປຂົນຂວາຍນັກຮຽນມາໂຮງຮຽນ. ໃນສົກຮຽນ 2015-2016, ຄູ ຟານຈິ້ ມາສິດສອນຢູ່ບ້ານຕ່າປັງ, ຕາແສງເຮື໊ອງເລີບ, ມີນັກຮຽນຊື່ວ່າ ໂຮ່ວັນສີ ບໍ່ຍອມໄປຮຽນ. ຄູສອນ ຈິ້ ເລົ່າວ່າ “ເງື່ອນໄຂຂອງຄອບຄົວນ້ອງ ໂຮ່ວັນສີ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແມ່ເສຍຊີວິດຍ້ອນຕິດພະຍາດມະເຮັງ, ພໍ່ຕິດເຫຼົ້າເມົາເຫຼົ້າຕະຫຼອດ, ບໍ່ສົນໃຈລູກເລີຍ. ທຸກມືຂ້າພະເຈົ້າ ແລະບັນດານັກຮຽນໃນຫ້ອງຮຽນມາຢາມ ແລະຂົນຂວາຍໄປຮຽນ, ແຕ່ນ້ອງ ໂຮ່ວັນສີ ບໍ່ຍອມໄປໂຮງຮຽນ”.

ພາຍຫຼັງຂົນຂວາຍເປັນຫຼາຍເທື່ອ, ຈົນເມື່ອໄດ້ຮັບການເຫັນດີຈາກຄອບຄົວ, ຄູສອນ ມາເຮືອນເພື່ອພານ້ອງ ສີ ມາຫ້ອງຮຽນ. ທຳອິດບໍ່ມັກຮຽນ, ແຕ່ວ່າປະຈຸບັນມັກຮຽນ ແລະຮຽນເກັ່ງ.

ເມື່ອເວົ້າເຖິງການອຸທິດສ່ວນໃນພາລະກິດການສຶກສາຂອງຄູສອນ ຟານຈິ້, ຄູສອນ ຫງວຽນໂຮ່ຟອງ, ຮອງອະທິການບໍ່ດີໂຮງຮຽນປະຖົມ ແລະໂຮງຮຽນມັດທະຍົມຕອນ ຕົ້ນເຮື໊ອງເລີບ ໃຫ້ຮູ້ວ່າ “ຄູສອນ ຟານຈິ້ ຍາມໃດກໍ່ມານະພະຍາຍາມ, ເຮັດວຽກຢ່າງສຸດຈິດສຸດໃຈ, ຍາມໃດກໍ່ສຳເລັດທຸກໜ້າທີ່ທີ່ມອບໝາຍໃຫ້. ຄູສອນ ຟານຈິ້ ເປັນຄູສອນຕົວແບບ, ໄດ້ນັກຮຽນ ແລະປະຊາຊົນຢູ່ບໍລິເວນຮັກແພງ”.

ທ່ານ ກ໊າບຊວນຮວ່າ, ຫົວໜ້າພະແນກສັງລວມ, ຫ້ອງສຶກສາ ແລະກໍ່ສ້າງ ເມືອງ ເຮື໊ອງຮ໊ວາ ແບ່ງປັນວ່າ “ນອກຈາກຄວາມຮູ້ກ່ຽວກັບວິຊາການ, ວິຊາສະເພາະ, ຄູສອນ ຍັງມີນ້ຳໃຈກຸສົນ, ທັງສິດສອນ, ທັງສະເໜອງຄວາມຮູ້ເໝາະສົມກັບແຕ່ລະເປົ້າໝາຍນັກຮຽນ”.

ດ້ວຍບັນດາການອຸທິດສ່ວນ ແລະຄວາມມານະພະຍາຍາມຂອງຕົນ, ຄູສອນ ຟານຈິ້ ຫຼາຍເທື່ອບັນລຸນາມມະຍົດຄູສອນເກັ່ງລະດັບເມືອງ, ນາມມະຍົດນັກຮົບແຂ່ງຂັນຂັ້ນຮາກຖານ; ໃບຍ້ອງຍໍຂອງຄະນະກຳມະການເມືອງ, ໃບຍ້ອງຍໍຂອງຄະນະກຳມະການແຂວງ. ປີ 2023, ຄູສອນ ຟານຈິ້ ໄດ້ມອບໃບຍ້ອງຍໍຂອງຄະນະກຳມະການສູນກາງສະຫະພັນຊາວໜຸ່ມຫວຽດນາມ; ໃບຍ້ອງຍໍຂອງລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງ; ຫຼຽນກາຂອງລັດຖະມົນຕີ, ປະທານກຳມາທິການຊົນເຜົ່າເພື່ອພາລະກິດພັດທະນາບັນດາຊົນເຜົ່າ.

ໂດຍ: ແສງເດືອນ