ບັນດາລາຍການ, ກິດຈະກໍາເຄື່ອນໄຫວອາສາສະໝັກລະດູຮ້ອນ 2024 ຂອງໄວໜຸ່ມນະຄອນໂຮ່ຈີມິນ ຈະດຳເນີນແຕ່ວັນທີ 2 ມິຖຸນາ ຫາວັນທີ 4 ສິງຫາ.

leftcenterrightdel
ຄະນະປະຈໍາຄະນະຊາວໜຸ່ມນະຄອນໂຮ່ຈີມິນ ແຈ້ງຂ່າວກ່ຽວກັບລາຍການ, ກິດຈະກໍາເຄື່ອນໄຫວອາສາສະໝັກລະດູຮ້ອນ 2024. ພາບ: qdnd.vn

ຊາວໜຸ່ມນະຄອນໂຮ່ຈີມິນ ສູ້ຊົນດຶງດູດນັກອາສາສະໝັກຢ່າງໜ້ອຍສຸດ 125.000 ຄົນເຂົ້າຮ່ວມບັນດາລາຍການ, ກິດຈະກໍາເຄື່ອນໄຫວອາສາສະໝັກລະດູຮ້ອນ ແລະສະມາຊິກຊາວໜຸ່ມ, ຊາວໜຸ່ມ 1 ລ້ານເທື່ອຄົນເຂົ້າຮ່ວມການເຄື່ອນໄຫວອາສາສະໝັກໃນໂອກາດລະດູຮ້ອນ; ຈັດຕັ້ງນັກອາສາສະໝັກແຕ່ຂັ້ນນະຄອນ ຮອດຮາກຖານຢ່າງໜ້ອຍສຸດ 2.100 ທິມ, ໃນນັ້ນມີນັກອາສາສະໝັກຂັ້ນນະຄອນຢ່າງໜ້ອຍສຸດ 200 ທິມ.

ຄຽງຂ້າງກັນນັ້ນ, ອົງການຈັດຕັ້ງຂອງຊາວໜຸ່ມ, ສະມາຄົມຈະໜູນຊ່ວຍເຊື່ອມຕໍ່ຜັນຂະຫຍາຍ, ຫັນ 2.500 ແນວຄວາມຄິດ, ຂໍ້ລິເລີ່ມຂອງສະມາຊິກຊາວໜຸ່ມໃນທຸກຂົງເຂດໃຫ້ປະກົດຜົນເປັນຈິງ, ຝຶກອົບຮົມທັກສະດີຈີຕອນ, ຍົກສູງຄວາມສາມາດດີຈີຕອນໃຫ້ຊາວໜຸ່ມເຍົາສະຊົນ ແລະປະຊາຊົນຢ່າງໜຸ້ອຍສຸດ 600.000 ເທື່ອຄົນ, ຝຶກອົບຮົມຄວາມຮູ້ເລີ່ມທຸລະກິດໃຫ້ຊາວໜຸ່ມ, ນັກສຶກສາປະມານ 5000 ເທື່ອຄົນ, ເຊື່ອມຕໍ່ໜູນຊ່ວຍ 10 ໂຄງການເລີ່ມທຸລະກິດ, ປ່ຽນແປງໃໝ່ປະດິດສ້າງຂອງຊາວໜຸ່ມ, ແນະນໍາວຽກເຮັດງານທໍາໃຫ້ຊາວໜຸ່ມໜ້ອຍສຸດ 5.000 ຄົນ.

leftcenterrightdel
ໄວໜຸ່ມກໍາລັງປະກອບອາວຸດນະຄອນໂຮ່ຈີມິນ ສົມທົບກັບບັນດາຫົວໜ່ວຍແຮກສ່ຽວ ດຳເນີນການເຄື່ອນໄຫວອາສາສະໝັກລະດູຮ້ອນ 2023. ພາບ: qdnd.vn

ຈຸດພົ້ນເດັ່ນໃນຂອບເຂດການເຄື່ອນໄຫວອາສາສະໝັກລະດູຮ້ອນ 2024 ແມ່ນບັນດານັກສຶກສາຕ່າງປະເທດ ພວມຮ່ຳຮຽນຢູ່ນະຄອນໂຮ່ຈີມິນ ພ້ອມກັບຊາວໜຸ່ມສາກົນ ມາຮອດນະຄອນ ແລະທິມຊາວໜຸ່ມອາສາສະໝັກສາກົນນະຄອນ ຈະຈັດຕັ້ງການສອນພາສາອັງກິດໂດຍບໍ່ເສຍຄ່າ ໃຫ້ແກ່ເດັກນ້ອຍເມືອງຕ່າງໆ, ຈັດການພົບປະແລກປ່ຽນວັດທະນະທໍາ, ປົກປັກຮັກສາສິ່ງແວດລ້ອມ, ຍົກສູງທັກສະການເຊື່ອມໂຍງເຂົ້າກັບສາກົນໃຫ້ແກ່ຊາວໜຸ່ມ. ນອກນີ້, ບັນດາເພື່ອນຊາວໜຸ່ມສາກົນ ທີ່ມາຈາກມາເລເຊຍ ຈະເຄື່ອນໄຫວອາສາສະໝັກຢູ່ນະຄອນໂຮ່ຈີມິນ ແຕ່ວັນທີ 7 ກໍລະກົດ ຫາວັນທີ 3 ສິງຫາ.

ໂດຍ: ໄຊນີດາ