ບໍລິສັດ Star Telecom ດ້ວຍເຄື່ອງໝາຍການຄ້າເຄືອຂ່າຍໂທລະຄົມມະນາຄົມ Unitel ແມ່ນໜຶ່ງໃນບັນດາໂຄງການລົງທຶນຢູ່ລາວ ຕາມຮູບແບບການຮ່ວມທຸລະກິດຂອງກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ (Viettel). ປະຈຸບັນ Unitel ເປັນຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແລະການບໍລິການດີຈີຕອນທີ່ໃຫຍ່ທີ່ສຸດ ແລະເປັນໜຶ່ງໃນບັນດາວິສາຫະກິດທີ່ປະກອບເງິນເຂົ້າງົບປະມານຂອງລາວຫຼາຍທີ່ສຸດ. Unitel ໄດ້ຮັບການຮັບຮູ້ຈາກພັກ ແລະລັດຖະບານຂອງສອງປະເທດວ່າເປັນແບບຢ່າງທີ່ພົ້ນເດັ່ນໃນການຮ່ວມມືດ້ານເສດຖະກິດ.

leftcenterrightdel
ປະຈຸບັນ Unitel ເປັນຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແລະການບໍລິການດີຈີຕອນໃຫຍ່ທີ່ສຸດ ແລະເປັນໜຶ່ງໃນບັນດາວິສາຫະກິດທີ່ປະກອບເງິນເຂົ້າງົບປະມານຂອງລາວ ທີ່ສຸດ. ພາບ: baochinhphu.vn

ເອື້ອຍ ຫົງພະຈັນ ພູມໝິງ, ເຈົ້າຂອງຮ້ານມາດາມ, ລາວ ເຮັດວຽກ livestream ຂາຍເຄື່ອງໃນແຕ່ລະວັນ ເຊິ່ງເປັນວຽກທີ່ລາວ ຄຸ້ນເຄີຍ. ໂດຍອາໄສຄວາມໄວຂອງອິນເຕີເນັດທີ່ມີສະຖຽນລະພາບການຂາຍເຄື່ອງທາງອອນລາຍຂອງເອື້ອຍ ຈຶ່ງດຶງດູດຜູ້ຕິດຕາມ ແລະມີຜູ້ສັ່ງຊື້ເຄື່ອງນັບຫຼາຍຮ້ອຍອໍເດີ.

ເອື້ອຍ ຫົງພະຈັນ ພູມໝິງ ແບ່ງປັນວ່າ: “ການຊື້-ຂາຍທາງອອນລາຍນັບມື້ນັບກາຍເປັນທ່າອ່ຽງ  ແລະເພື່ອນຳທັນກັບການພັດທະນາຂອງການຄ້າເອເລັກໂຕນິກ, ພວກຂ້າພະເຈົ້າ ກໍ່ຕັດສິນໃຈເພີ່ມຮູບແບບການຂາຍທາງອອນລາຍຕື່ມອີກ. ກ່ອນໜ້ານີ້ ລູກຄ້າຕ້ອງເຂົ້າໄປເລືອກຊື້ຢູ່ຮ້ານໂດຍກົງ ແຕ່ຕອນນີ້ ສະດວກຫຼາຍ, ລູກຄ້າສາມາດເຂົ້າເບິ່ງສິນຄ້າທີ່ເຂົາເຈົ້າ ມັກໄດ້ໂດຍກົງ, ສັ່ງຊື້ທາງອອນລາຍສະດວກທີ່ສຸດ ແລະກໍ່ສາມາດຕໍ່ລອງລາຄາກັນໄດ້, ນັບແຕ່ເລືອກໃຊ້ເຄືອຂ່າຍ Unitel ຂອງ Star Telecom  ເຊິ່ງ ວຽກຂາຍເຄື່ອງອອນລາຍກໍ່ມີຄວາມສະດວກ, ຍອດຂາຍກໍເພີ່ມຂຶ້ນ ແລະຈໍານວນລູກຄ້າກໍ່ມີຫຼາຍຮູບຫຼາຍແບບ ."

ໂດຍມີເຖິງ 58% ຜູ້ບໍລິໂພກໃນລາວ ພວມນໍາໃຊ້ເຄືອຂ່າຍ Unitel, ເຄື່ອງໝາຍການຄ້າໂທລະຄົມແຖວໜ້າຢູ່ປະເທດນີ້. Unitel ແມ່ນ “ຜົນງານ” ຈາກການຮ່ວມທຸລະກິດລະຫວ່າງບໍລິສັດໃຫຍ່ໂທລະຄົມມະນາຄົມ Viettel ແລະ Laos Asia Telecom. ໃນປີ 2009,  ເຄື່ອງໝາຍການຄ້ານີ້ເລີ່ມປະກົດຕົວຢູ່ຕະຫຼາດລາວ, ຈຸດເລີ່ມຕົ້ນແມ່ນບໍລິສັດໂທລະຄົມມະນາຄົມກວມເອົາສ່ວນແບ່ງຕະຫຼາດໜ້ອຍທີ່ສຸດ. ໃນເວລານັ້ນ, ຢູ່ລາວມີ 3 ບໍລິສັດໂທລະຄົມມະນາຄົມໃຫຍ່, ຄື: ETL, LTC, ແລະ Beeline, ດໍາເນີນທຸລະກິດມາໄດ້ຫຼາຍກວ່າ 10 ປີ.

ແຕ່ພາຍຫຼັງ 2 ປີຕໍ່ມາ (2011), Unitel ຄ່ອຍໆໄດ້ຮັບຄວາມໄວ້ວາງໃຈຈາກຜູ້ຊົມໃຊ້ ແລະມາຮອດປັດຈຸບັນ Unitel ໄດ້ກາຍເປັນເຄື່ອງໝາຍການຄ້ານໍາໜ້າກ່ຽວກັບຈໍານວນລູກຄ້າທີ່ໃຊ້ການບໍລິການ.

ນີ້ແມ່ນການສົນທະນາລະຫວ່າງ ທ່ານ ເພັດ ໄຊສົງຄາມ ອາຍຸ 62 ປີ ຢູ່ນະຄອນຫຼວງວຽງຈັນ ກັບລູກສາວ ຜ່ານທາງອິນເຕີເນັດ. ທ່ານ ເພັດ ກ່າວວ່າ: Unitel ເປັນບໍລິສັດທີ່ສະໜອງແພັກເກັດທີ່ຫຼາກຫຼາຍຮູບແບບດ້ວຍຄ່າໃຊ້ຈ່າຍທີ່ເໝາະສົມ ແລະຜູ້ໃຊ້ໂທລະສັບມືຖືສະມາດໂຟນ ຄືລາວ ກໍ່ເຕັມໃຈທີ່ຈະລົງທຶນ ເພື່ອສໍາພັດ ແລະນຳໃຊ້ເຄືອຂ່າຍອິນເຕີເນັດຄວາມໄວສູງຂອງ Unitel ເພື່ອຮັບໃຊ້ຄວາມຕ້ອງການທີ່ຕ່າງກັນຈາກການຕິດຕໍ່ສື່ສານ, ການລະຫຼິ້ນບັນເທີງຈົນເຖິງການດໍາເນີນທຸລະກິດ: “ຫຼັງຈາກເຂົ້າຮັບເບ້ຍບໍານານແລ້ວ, ຂ້າພະເຈົ້າ ກັບເມືອບ້ານເປີດຮ້ານຂາຍເຄື່ອງແຫ້ງໃນນັ້ນຂາຍບັດຕື່ມເງິນໂທລະສັບພ້ອມ. ເມື່ອບໍ່ດົນມານີ້, ມີສອງສາມບໍລິສັດ ແລະພະນັກງານຂອງເຂົາເຈົ້າ ກໍ່ມາຮ້ານຂອງຂ້າພະເຈົ້າ ເພື່ອຊື້ບັດຕື່ມເງິນໂທລະສັບ Unitel. ຂ້າພະເຈົ້າເຫັນວ່າ ປະຊາຊົນສ່ວນຫຼາຍໃຊ້ເຄືອຂ່າຍນີ້, ຄອບຄົວຂອງຂ້າພະເຈົ້າ ກໍ່ໃຊ້ເຄືອຂ່າຍອິນເຕີເນັດຂອງ Unitel, ເຄືອຂ່າຍນີ້ໄວ ແລະແຮງດີ. ຍ້ອນມີເຄືອຂ່າຍ Unitel  ຂ້າພະເຈົ້າ ຈຶ່ງສາມາດໂທຫາ ແລະໂອ້ລົມກັບພີ່ນ້ອງ, ອ້າຍນ້ອງ, ແລະໝູ່ເພື່ອນທີ່ຢູ່ໃນເຂດສັນຍານອ່ອນ, ໂດຍສະເພາະແມ່ນເຂດຫ່າງໄກສອກຫຼີກ.

leftcenterrightdel
ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ. ພາບ: quochoi.vn

ມາຮອດປະຈຸບັນ, Unitel ກວມເອົາສ່ວນແບ່ງຕະຫຼາດ 57% ຍ້ອນພື້ນຖານໂຄງລ່າງເຄືອຂ່າຍກວ້າງຂວາງ, ສັນຍານປົກຄຸມໄປທົ່ວທຸກບ້ານ (ທຽບເທົ່າກັບບັນດາຫົວໜ່ວຍປົກຄອງຂັ້ນເມືອງ/ຕາແສງຢູ່ຫວຽດນາມ). ໄລ່ສະເລ່ຍ  ປະຊາຊົນລາວ 1 ລ້ານກວ່າຄົນ, ຄວາມໜາແໜ້ນຂອງສາຍກາບໃຍແສງແມ່ນ 6,6 ເທົ່າຂອງຄວາມໜາແໜ້ນສະເລ່ຍຂອງໂລກ. ປະເທດລາວ ໄດ້ກາຍເປັນໜຶ່ງໃນບັນດາປະເທດທີ່ມີອັດຕາສ່ວນປະຊາຊົນໃຊ້ 4G ແລະອິນເຕີເນັດຄວາມໄວສູງ ແລະດີທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້.

Unitel ກໍ່ເປັນບໍລິສັດໂທລະຄົມມະນາຄົມທີ່ນຳໜ້າໃນການສະໜອງການບໍລິການດີຈີຕອນ, ກາຍເປັນຄູ່ຮ່ວມມືຍຸດທະສາດຂອງລັດຖະບານລາວ, ຜັນຂະຫຍາຍລະບົບຈຸດສຸມກ່ຽວກັບລັດຖະບານເອເລັກໂຕນິກ ສຳລັບປະເທດລາວ ເຊັ່ນ: ລະບົບຕົວອັກສອນລາວ; ການສຶກສາ, ສອບເສັງອອນລາຍ; ການຄຸ້ມຄອງສໍາມະໂນຄົວ ພົນລະເມືອງ; ການຊໍາລະເອເລັກໂຕນິກ….

ພິເສດ, ກະເປົາເງິນ U-money e-wallet ໄດ້ປະກອບສ່ວນຊຸກຍູ້ກໍາລັງຄວາມສາມາດເຂົ້າເຖິງການບໍລິການຊໍາລະແບບເອເລັກໂຕນິກທີ່ສະດວກ ແລະປອດໄພໃຫ້ແກ່ຜູ້ຊົມໃຊ້, ລວມທັງເຂດຕົວເມືອງ ແລະຊົນນະບົດໃນລາວ. ຍ້ອນການນຳໃຊ້ເຕັກໂນໂລຊີ ແລະຂະຫຍາຍທຸລະກິດຢ່າງຕໍ່ເນື່ອງ, Unitel ໄດ້ສ້າງວຽກເຮັດງານທຳໃຫ້ປະຊາຊົນປະມານ 27.000 ຄົນ, ຫຼາຍກວ່າບໍ່ວ່າວິສາຫະກິດໃດຢູ່ໃນລາວ, ປະກອບສ່ວນຮັບປະກັນສະຫວັດດີການສັງຄົມ.

ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຢືນຢັນວ່າ: “ພວກຂ້າພະເຈົ້າ ຕີລາຄາສູງປະສິດທິຜົນຂອງ Unitel ຢູ່ລາວ ຍ້ອນມີຄວາມໝາຍສຳຄັນ ແລະປະສິດທິຜົນສູງຂອງວິສາຫະກິດນີ້ ນັບທັງທາງດ້ານເສດຖະກິດ ແລະສັງຄົມ, ຜ່ານນັ້ນປະກອບສ່ວນຮັດແໜ້ນການພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ຫວຽດນາມ ແລະ ລາວ ໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ”.

ໃນປີ 2025, Unitel ຕັ້ງເປົ້າໝາຍກາຍເປັນກຸ່ມບໍລິສັດເສດຖະກິດໃຫຍ່ທີ່ສຸດຢູ່ໃນລາວ. ດ້ວຍຍຸດທະສາດການດຳເນີນທຸລະກິດທີ່ຖືກຕ້ອງ, ຈາກບໍລິສັດໂທລະຄົມມະນາຄົມຂະໜາດນ້ອຍທີ່ສຸດ, Unitel ບໍ່ພຽງແຕ່ກາຍເປັນ “ບໍລິສັດນໍາໜ້້າ” ໃນຕະຫຼາດໂທລະຄົມມະນາຄົມຂອງປະເທດລ້ານຊ້າງ ເທົ່ານັ້ນ, ຫາກຍັງໄດ້ປະກອບສ່ວນກໍ່ສ້າງເຄື່ອງໝາຍການຄ້າຫວຽດນາມ ຢູ່ຕະຫຼາດຕ່າງປະເທດ, ຍົກສູງຄຸນຄ່າຫວຽດນາມ ໃນລະບົບຕ່ອງໂສ້ມູນຄ່າທົ່ວໂລກ ອີກດ້ວຍ.

ໂດຍ: ທະນາພອນ