ກ່າວຄຳເຫັນທີ່ພິທີ, ທ່ານນາງ ດັ້ງທິຫາຍເຕິມ, ຫົວໜ້າກົງສຸນໃຫຍ່ຫວຽດນາມ ປະຈຳແຂວງສະຫວັນນະເຂດ ແບ່ງປັນວ່າ: ສຳລັບຊົນຊາດ, ພາສາແມ່ນພື້ນຖານຂອງການພັດທະນາວັດທະນະທຳສັງຄົມ. ພາສາແມ່ນເຄື່ອງມືໃນການພົວພັນແລກປ່ຽນ ແລະຮໍ່າຮຽນຄວາມຮູ້ໃໝ່. ເລື່ອງຮູ້ຫຼາຍພາສາຈະສ້າງຄວາມສະດວກໃຫ້ແກ່ການພັດທະນາຄວາມຮູ້ ແລະຈິດວິນຍານຂອງບຸກຄົນ. ທ່ານນາງເນັ້ນໜັກວ່າ ຫວຽດນາມ ແລະ ລາວ ແມ່ນສອງປະເທດອ້າຍນ້ອງ, ສະນັ້ນປະຊາຊົນສອງປະເທດຮຽນພາສາຂອງກັນແມ່ນຄວາມຈໍາເປັນທີ່ສຸດ; ພ້ອມກັນນັ້ນ, ທ່ານນາງຍັງສະແດງຄວາມຫວັງວ່າ ການເຄື່ອນໄຫວດັ່ງກ່າວຈະຊຸກຍູ້ພວກນ້ອງນັກຮຽນຫ້າວຫັນ, ໝັ່ນຮຽນ ແລະຝຶກຝົນຫຼໍ່ຫຼອມພາສາຫວຽດນາມ ໃນສົກຮຽນໃໝ່. ຜ່ານພາສາຫວຽດ, ພວກນ້ອງນັກຮຽນບໍ່ພຽງແຕ່ຈະມີຄວາມຮູ້ຕື່ມອີກກ່ຽວກັບວັດທະນະທຳ, ປະຫວັດສາດ, ມູນເຊື້ອຂອງຊົນຊາດຫວຽດນາມເທົ່ານັ້ນ, ຫາກຍັງມີເງື່ອນໄຂຮ່ຳຮຽນ ແລະເຮັດວຽກຢູ່ ຫວຽດນາມ ໃນອະນາຄົດອີກດ້ວຍ. ເມື່ອເຕີບໃຫຍ່ແລ້ວ, ພວກນ້ອງຈະກາຍເປັນຂົວຕໍ່ໃຫ້ສາຍພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ ແລະ ລາວ ໃຫ້ນັບມື້ນັບສະໜິດຕິດພັນ ແລະແໜ້ນແຟ້ນຂຶ້ນຕື່ມ.

leftcenterrightdel
ທ່ານນາງ ດັ້ງທິຫາຍເຕິມ, ຫົວໜ້າກົງສຸນໃຫຍ່ຫວຽດນາມ ປະຈຳແຂວງສະຫວັນນະເຂດ ພ້ອມກັບພວກນ້ອງນັກຮຽນ. ພາບ: ສໍານັກຂ່າວສານຫວຽດນາມ

ການແຂ່ງຂັນໄດ້ດຶງດູດນັກຮຽນເຂົ້າຮ່ວມ 30 ຄົນ, ແບ່ງອອກເປັນ 5 ທີມ. ພວກນ້ອງນັກຮຽນຈະພ້ອມກັນແຂ່ງຂັນການປະລະໄນ ແລະ ບັນລະຍາຍ. ການແຂ່ງຂັນໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ, ພວກນ້ອງນັກຮຽນໄດ້ໝູນໃຊ້ຄວາມຮູ້ທີ່ໄດ້ຮໍ່າຮຽນ ເພື່ອປະຕິບັດສຳເລັດການແຂ່ງຂັນຂອງທີມ.

ການແຂ່ງຂັນ “ນ້ອງຮັກພາສາຫວຽດ” ບໍ່ພຽງແຕ່ສ້າງເງື່ອນໄຂເພື່ອເພື່ອສ້າງ, ພັດທະນາຄວາມສາມາດ ແລະຄຸນທາດທີ່ຈຳເປັນໃຫ້ແກ່ພວກນ້ອງນັກຮຽນເທົ່ານັ້ນ, ຫາກຍັງແມ່ນກິດຈະກຳເພື່ອໃຫ້ພວກນ້ອງໄດ້ເຂົ້າຮ່ວມ ແລະຝຶກຝົນຫຼໍ່ຫຼອມທັກສະ. ຈາກນັ້ນ, ຊ່ວຍໃຫ້ພວກນ້ອງພັດທະນາທັກສະ ຟັງ, ເວົ້າ, ອ່ານ,  ຂຽນ, ປະກອບສ່ວນຊຸກຍູ້ການຮໍ່າຮຽນ ແລະນໍາໃຊ້ພາສາຫວຽດນາມ ໃນວົງຄະນະຍາດຊຸມຊົນຢູ່ແຂວງສະຫວັນນະເຂດ.

ໂດຍ: ກວຽດເຕິມ