ທີ່ພິທີ, ທ່ານພົນຕີ ຮສຈ ປອ ຫງວຽນຊວນກຽນ ໄດ້ສົ່ງຄຳອວຍພອນ ແລະຍ້ອງຍໍຊົມເຊີຍບັນດາໝາກຜົນທີ່ນັກສຶກສາການຢາ ຂັ້ນມະຫາວິທະຍາໄລການທະຫານຂອງ ລາວ ແລະກຳປູເຈຍ ຊຸດທີ 13 ທີ່ບັນລຸໄດ້ໃນໄລຍະການສຶກສາຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ. ພ້ອມກັນນັ້ນ, ກໍ່ເຊື່ອໝັ້ນວ່າ ນັກສຶກສາພາຍຫຼັງຮຽນຈົບກັບຄືນເມືອປະເທດຈະໝູນໃຊ້ຄວາມຮູ້ຄວາມສາມາດທີ່ໄດ້ຮຽນມາໃນໄລຍະທີ່ຮໍ່າຮຽນຢ່າງມີໄຫວພິບ, ມີຫົວຄິດປະດິດສ້າງ  ເພື່ອຮັກສາສຸຂະພາບຂອງທະຫານ ແລະປະຊາຊົນ; ສືບຕໍ່ຮໍ່າຮຽນ ແລະຄົ້ນຄວ້າດ້ວຍຕົນເອງ ເພື່ອເຊື່ອມໂຍງເຂົ້າກັບພື້ນຖານແພດສາດທີ່ກ້າວໜ້າຂອງໂລກ, ປະຕິບັດສຳເລັດໜ້າທີ່ວຽກງານໃນແຕ່ລະຕຳແໜ່ງເປັນຢ່າງດີ.

leftcenterrightdel
ທ່ານພົນຕີ ຮສຈ ປອ ຫງວຽນຊວນກຽນ ມອບໃບປະກາດສະນີຍະບັດຈົບຊັ້ນໃຫ້ນັກສຶກສາລາວ ແລະກຳປູເຈຍ. ພາບ: qdnd.vn

ທ່ານພົນຕີ ຮສຈ.ປອ ຫງວຽນຊວນກຽນ ຮຽກຮ້ອງບັນດາແພດການຢາໃໝ່ຕ້ອງສືບຕໍ່ຫຼໍ່ຫຼອມທາດແທ້ຄຸນສົມບັດ, ວິຖີຊີວິດ, ບຸກຄະລິກກະພາບຂອງແພດໝໍໃຫ້ສົມບູນແບບ, “ແພດໝໍເໝືອນດັ່ງແມ່ຜູ້ໃຈບຸນ”; ຕັ້ງໜ້າໂຄສະນາ, ຂົນຂວາຍໃຫ້ພະນັກງານ, ນັກຮົບກອງທັບ ແລະປະຊາຊົນສອງປະເທດ ລາວ ແລະກຳປູເຈຍ ຮັບຮູ້ກ່ຽວກັບສາຍພົວພັນມິດຕະພາບທີ່ສະໜິດສະໜົມ, ບໍລິສຸດຜຸດຜ່ອງລະຫວ່າງຫວຽດນາມ - ລາວ - ກຳປູເຈຍ, ຜ່ານນັ້ນ ປະກອບສ່ວນສ້າງຄວາມສາມັກຄີ, ມິດຕະພາບລະຫວ່າງກອງທັບ ແລະປະຊາຊົນ 3 ປະເທດໃຫ້ນັບມື້ນັບໃກ້ຊິດສະໜິດສະໜົມ, ໝັ້ນແກ່ນ ແລະພັດທະນາຂຶ້ນໄປເລື້ອຍໆ.

ເນື່ອງໃນໂອກາດນີ້, ທ່ານພົນຕີ ຮສຈ ປອ ຫງວຽນຊວນກຽນ ໄດ້ມອບໃບຍ້ອງຍໍໃຫ້ນັກສຶກສາທີ່ມີຜົນງານດີເດັ່ນໃນການຮໍ່າຮຽນ.

ໂດຍ: ທະນາພອນ