ທີ່ການພົບປະແລກປ່ຽນ, ໃຫ້ຂໍ້ສັງເກດກ່ຽວກັບສິ່ງທ້າທາຍ ແລະກາລະໂອກາດຂອງບັນດາປະເທດກໍາລັງພັດທະນາ, ໃນນັ້ນມີຫວຽດນາມ ໃນສະພາບປະຈຸບັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຖືວ່າ ການພັດທະນາແບບຍືນຍົງ, ກວມລວມບົນພື້ນຖານນຳໃຊ້ວິທະຍາສາດ-ເຕັກໂນໂລຢີທັນສະໄໝ, ຍູ້ແຮງການເລີ່ມທຸລະກິດ, ການປ່ຽນແປງໃໝ່ປະດິດສ້າງພວມແມ່ນທ່າອ່ຽງ, ແມ່ນຄວາມຕ້ອງການພາວະວິໄລ, ແມ່ນການເລືອກເຟັ້ນຍຸດທະສາດ ແລະບູລິມະສິດແຖວໜ້າຂອງໂລກໃນປະຈຸບັນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະ ສຈ Klaus Schwab ກັບບັນດານັກສຶກສາ, ຊາວໜຸ່ມຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກໍ່ຊີ້ອອກ 3 ທ້າທາຍໃຫຍ່, ຄື: ຊ່ອງຫວ່າງເຕັກໂນໂລຊີ, ການຂາດເຂີນພື້ນຖານໂຄງລ່າງ; ຂະໜາດເສດຖະກິດ, ຊັບພະຍາກອນຍັງຈຳກັດ, ປະເທດກໍາລັງພັດທະນາ, ພື້ນຖານເສດຖະກິດພວມຫັນປ່ຽນ; ການປ່ຽນແປງຂອງດິນຟ້າອາກາດ ແລະໄພທຳມະຊາດນັບມື້ນັບສັບສົນ, ຄາດຄະເນໄດ້ຍາກ, ເປັນໄພຂົ່ມຂູ່ເຖິງຄວາມໝັ້ນຄົງດ້ານສະບຽງອາຫານ-ນ້ຳ-ພະລັງງານ. ແຕ່ຍັງມີ 3 ກາລະໂອກາດທີ່ປະເທດກໍາລັງພັດທະນາສາມາດກຳໄດ້, ຄື: ກາລະໂອກາດແມ່ນຜູ້ໄປຕາມຫຼັງ, ມຸ່ງໄປເຖິງເຕັກໂນໂລຊີ, ມາດຕະການຫຼ້າສຸດ; ມີຊັບພະຍາກອນມະນຸດທີ່ອຸດົມສົມບູນ, ລວມທັງມີບົດບາດ, ການປະກອບສ່ວນສໍາຄັນຂອງບັນດານັກສຶກສາ, ຊາວໜຸ່ມ; ການຮ່ວມມືສາກົນ ແລະລັດທິຫຼາຍຝ່າຍແມ່ນທ່າອ່ຽງທີ່ບໍ່ອາດປ່ຽນແປງໄດ້.

ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາຮ່ວມເດີນທາງ ແລະຮັບຟັງຄຳເຫັນຂອງເວທີປາໄສເສດຖະກິດໂລກ, ປະຊາຄົມວິສາຫະກິດ, ຊາວໜຸ່ມ ແລະນັກສຶກສາ, ນັກຊ່ຽວຊານ, ນັກວິທະຍາສາດທີ່ກ່ຽວຂ້ອງເຖິງການປະຕິວັດອຸດສາຫະກຳຄັ້ງທີ 4 ກ່ຽວກັບການປ່ຽນແປງໃໝ່ປະດິດສ້າງເພື່ອໃຫ້ພວກເຮົາ ກ້າວເຂົ້າຍຸກສະໄໝສະຫຼາດຢ່າງໝັ້ນຄົງ.

ທີ່ລາຍການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານ ສຈ  Klaus Schwab ໄດ້ແບ່ງປັນ, ຕອບຄຳຖາມຂອງນັກສຶກສາກ່ຽວກັບທິດທາງພັດທະນາຂອງຫວຽດນາມ ແລະບົດບາດ, ຄວາມຮັບຜິດຊອບຂອງໄວໜຸ່ມໃນຍຸກສະໄໝສະຫຼາດ, ເນັ້ນໜັກເຖິງຄວາມສຳຄັນຂອງລຸ້ນໜຸ່ມຫວຽດນາມ ໃນການປະກອບສ່ວນພັດທະນາປະເທດຊາດ.

ໂດຍ: ຈາງຫງວຽນ