ໃນຂອບເຂດການຮ່ວມມືລະຫວ່າງແຂວງ ກວາງນິງ ກັບ 3 ແຂວງພາກເໜືອຂອງລາວ (ຫົວພັນ, ຫຼວງພະບາງ ແລະ ໄຊຍະບູລີ), ນັບແຕ່ປີ 2012 ເປັນຕົ້ນມາ, ໂຮງຮຽນມະຫາວິທະຍາໄລຮະລອງ ໄດ້ຮັບມອບໝາຍໜ້າທີ່ບໍາລຸງສ້າງພາສາຫວຽດ ໃຫ້ແກ່ນັກສຶກສາຂອງລາວ  ແລະບໍາລຸງສ້າງວິຊາສະເພາະໃຫ້ແກ່ນັກສຶກສາທີ່ມີເງື່ອນໄຂຄົບໃນການຮໍ່າຮຽນຢູ່ໂຮງຮຽນ. ມາຮອດປະຈຸບັນ, ທາງໂຮງຮຽນ ໄດ້ຈັດຕັ້ງການບໍາລຸງສ້າງພາສາຫວຽດສຳເລັດ 12 ຊຸດ, ມີນັກຮຽນ 630 ຄົນບັນລຸມາດຕະຖານ ແລະມີຄວາມສາມາດສືບຕໍ່ຮ່ຳຮຽນຕາມຫຼັກສູດບໍາລຸງສ້າງດ້ານວິຊາຊີບວິຊາສະພາະຢູ່ບໍລິເວນແຂວງ ກວາງນິງ.

leftcenterrightdel
ບັນດານັກຮຽນລາວ ສະແດງສິລະປະທີ່ພິທີເປີດສົກຮຽນໃໝ່. ພາບ: baoquangninh.vn

ຫຼັກສູດການຮຽນ-ການສອນພາສາຫວຽດ ຊຸດທີ XI, ສົກຮຽນ 2024 - 2025 ມີນັກຮຽນ 108 ຄົນ ທີ່ມາຈາກ 3 ແຂວງພາກເໜືອຂອງລາວ ຄື: ຫຼວງພະບາງ, ຫົວພັນ ແລະ ໄຊຍະບູລີ. ຊຸດຮຽນດໍາເນີນໄປເປັນເວລາ 10 ເດືອນ. ສິ້ນສຸດຊຸດຮຽນ, ນັກສຶກສາທີ່ບັນລຸມາດຕະຖານດ້ານພາສາ ຈະສືບຕໍ່ຈົດທະບຽນຮຽນລົງເລິກຂະແໜງ ຢູ່ຕາມວິທະຍາໄລ ແລະມະຫາວິທະຍາໄລແຫ່ງຕ່າງໆໃນບໍລິເວນແຂວງ.

leftcenterrightdel
ບັນດາບຸກຄົນເປັນກຽດໄດ້ຮັບໃບຍ້ອງຍໍ ຂອງຄະນະກຳມະການປະຊາຊົນແຂວງຫຼວງພະບາງ. ພາບ: baoquangninh.vn
leftcenterrightdel
ບັນດາຜູ້ແທນຖ່າຍຮຸບລວມ. ພາບ: baoquangninh.vn

ທີ່ພິທີເປີດ, ທ່ານ ສຸລິເດດ ແກ້ວບົວລາເພັດ, ຫົວໜ້າພະແນກສຶກສາທິການ ແລະກິລາແຂວງຫຼວງພະບາງ ໄດ້ມອບໃບຍ້ອງຍໍຂອງຄະນະກຳມະການປະຊາຊົນແຂວງຫຼວງພະບາງ ໃຫ້ແກ່ບຸກຄົນຂອງມະຫາວິທະຍາໄລ ຮະລອງ ທີ່ມີຜົນງານດີເດັ່ນໃນວຽກງານບຳລຸງສ້າງແຫຼ່ງບຸກຄະລາກອນ ໃຫ້ແກ່ປະເທດລາວ.

ເລື່ອງຮັບ ແລະສ້າງເງື່ອນໄຂຮໍ່າຮຽນ, ດໍາເນີນຊີວິດໃຫ້ແກ່ນັກສຶກສາລາວ ແມ່ນມີຄວາມໝາຍສຳຄັນ, ສະແດງໃຫ້ເຫັນນໍ້າໃຈສາມັກຄີ, ມິດຕະພາບ ລະຫວ່າງສອງປະເທດ ຫວຽດນາມ - ລາວ ເວົ້າລວມ ແລະລະຫວ່າງແຂວງກວາງນິງ ແລະມະຫາວິທະຍາໄລຮະລອງ ກັບ 3 ແຂວງພາກເໜືອຂອງລາວເວົ້າສະເພາະ.

ໂດຍ: ທູຈາງ