leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຮ່ວມວັນບຸນເລີ່ມທຸລະກິດແຫ່ງຊາດ ຂອງນັກຮຽນ, ນັກສຶກສາ ຄັ້ງທີ  6. ພາບ: qdnd.vn

ວັນບຸນເລີ່ມທຸລະກິດແຫ່ງຊາດຂອງນັກຮຽນ, ນັກສຶກສາ ຄັ້ງທີ  6 ມີການເຄື່ອນໄຫວຫຼັກ ຄື: ຢ້ຽມຊົມສະຖານທີ່ວາງສະແດງ ກ່ຽວກັບແນວຄິດເລີ່ມທຸລະກິດຂອງນັກຮຽນ, ນັກສຶກສາ; ເປີດ ແລະປິດງານບຸນ; ເວທີປາໄສເຊື່ອມຕໍ່ເຄືອຂ່າຍການເລີ່ມທຸລະກິດປ່ຽນແປງໃໝ່ປະດິດຄິດສ້າງຂອງມະຫາວິທະຍາໄລ ແລະວິທະຍາໄລ; ເວທີປາໄສສ້າງແຮງບັນດານໃຈເລີ່ມທຸລະກິດໃຫ້ແກ່ນັກຮຽນ, ນັກສຶກສາ; ຮອບຊິງຊະນະເລີດຂອງການປະກວດ "ນັກຮຽນ, ນັກສຶກສາດ້ວຍແນວຄວາມຄິດເລີ່ມທຸລະກິດ" ຄັ້ງທີ 6; ການເຄື່ອນໄຫວແລກປ່ຽນ ແລະການສະແດງເຕັກໂນໂລຢີສູງລະຫວ່າງບັນດາຄະນະຜູ້ແທນທີ່ເຂົ້າຮ່ວມວັນບຸນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ  ຢ້ຽມຊົມຮ້ານວາງສະແດງຜະລິດຕະພັນ Startup ຂອງນັກຮຽນ, ນັກສຶກສາ. ພາບ: qdnd.vn

ຢູ່ທີ່ນີ້ກໍ່ຈະຄັດເລືອກເອົາແນວຄິດ, ໂຄງການເລີ່ມທຸລະກິດຂອງນັກຮຽນ, ນັກສຶກສາທີ່ມີລັກສະນະເປັນໄປໄດ້ສູງເພື່ອສືບຕໍ່ໜູນຊ່ວຍ, ຊຸກຍູ້ການສ້າງຕັ້ງວິສາຫະກິດ Startup; ເຊື່ອມຕໍ່ບັນດາຫົວໜ່ວຍໜູນຊ່ວຍການເລີ່ມທຸລະກິດ ແລະຊຸກຍູ້ການເລີ່ມທຸລະກິດໃນນັກຮຽນ, ນັກສຶກສາ.

ນີ້ແມ່ນການເຄື່ອນໄຫວປະຈຳປີ ໂດຍກະຊວງສຶກສາ-ກໍ່ສ້າງ ສົມທົບກັນຈັດຕັ້ງຂຶ້ນ ເພື່ອແນໃສ່ປະຕິບັດໂຄງການ “ໜູນຊ່ວຍນັກຮຽນ, ນັກສຶກສາເລີ່ມທຸລະກິດ ຮອດປີ 2025”.

ໂດຍ: ທູຈາງ