ການເສັງດັ່ງກ່າວແມ່ນແນໃສ່ໂຄສະນາ, ສະໜອງຄວາມຮູ້, ທັກສະໃນການນໍາໃຊ້ອິນເຕີແນັດຢ່າງປອດໄພ ແລະມີປະສິດທິຜົນໃຫ້ແກ່ນັກຮຽນ, ພໍ່ແມ່ນັກຮຽນໃນທົ່ວປະເທດ; ເພື່ອສ້າງສະໜາມຫຼິ້ນທີ່ປອດໃສ, ເປັນປະໂຫຍດ, ເສີມຂະຫຍາຍຄວາມສາມາດດ້ານຈິນຕະນາການໃຫ້ແກ່ນັກຮຽນ, ເພື່ອຊ່ວຍໃຫ້ພວກນ້ອງມີຄວາມສາມາດຮັບຮູ້, ປ້ອງກັນ ແລະຫຼີກລ້ຽງຄວາມສ່ຽງຂາດຄວາມປອດໄພໃນສະພາບແວດລ້ອມອິນເຕີແນັດ.

leftcenterrightdel
ບັນຍາກາດທີ່ພິທີສະຫຼຸບ ແລະມອບລາງວັນການເສັງທາງອອນລາຍ “ນັກຮຽນກັບຄວາມປອດໄພດ້ານຂໍ້ມູນຂ່າວສານ” ປີ 2023. ພາບ: ວຽດງາ.

ພາຍຫຼັງການເສັງໃນເວັບໄຊ thihsattt.vn ເປັນເວລາ 3 ອາທິດ ໄດ້ດຶງດູດເອົານັກຮຽນ 740.250 ຄົນ ຂອງ 5.417 ໂຮງຮຽນມັດທະຍົມຕອນຕົ້ນໃນທົ່ວປະເທດເຂົ້າຮ່ວມ. ໝາກຜົນ, ນັກຮຽນ 100 ຄົນ (ອີງຕາມຄະແນນສອບເສັງ ແລະເວລາສອບເສັງ) ທີ່ໄດ້ຈັດແບ່ງໄປຕາມ 41/63 ທ້ອງຖິ່ນ. ນະຄອນໂຮ່ຈີມິນ ແມ່ນທ້ອງຖິ່ນທີ່ມີນັກຮຽນເຂົ້າຮ່ວມການເສັງຫຼາຍທີ່ສຸດດ້ວຍຈຳນວນ 90.648 ຄົນ.

leftcenterrightdel
ຄະນະຈັດຕັ້ງ ມອບລາງວັນໃຫ້ນັກຮຽນຍາດໄດ້ລາງວັນທີ 1 ຂອງການເສັງ. ພາບ: ວຽດງາ.

ຕາມການປະກາດຂອງຄະນະຈັດຕັ້ງທີ່ພິທີສະຫຼຸບແລ້ວ, ລາງວັນສ່ວນບຸກຄົນ ອັນດັບທີ 1 ມີ 3 ລາງວັນ ໄດ້ມອບໃຫ້: ຫງວຽນເຈິ່ນເລນາ (ຫ້ອງມໍ 3.3 ໂຮງຮຽນມັດທະຍົມຕອນຕົ້ນແກ້ງເຢືອງ, ເມືອງກວ໋າງແຈັກ, ແຂວງກວ໋າງບິ່ງ); ຟ້າມແອັງຕູ໊, (ຫ້ອງມໍ 1A, ໂຮງຮຽນມັດທະຍົມຕອນຕົ້ນຕາແສງວ້ານລີງ, ເມືອງຈີລັງ, ແຂວງລ້າງເຊີນ); ຫງວຽນເຍີ້ດຟູ (ຫ້ອງມໍ 1A, ໂຮງຮຽນມັດທະຍົມຕອນຕົ້ນກວ໋າງເຮີບ, ເມືອງກວ໋າງແຈັກ, ແຂວງກວ໋າງບິ່ງ). ນອກຈາກນັ້ນ, ຄະນະຈັດຕັ້ງຍັງໄດ້ມອບລາງວັນທີສອງ 8 ລາງວັນ, ລາງວັນທີສາມ 15 ລາງວັນ, ລາງວັນຊົມເຊີຍ 74 ລາງວັນ ໃຫ້ນັກຮຽນ ແລະລາງວັນໝູ່ຄະນະ 11 ລາງວັນໃຫ້ພະແນກສຶກສາ ແລະກໍ່ສ້າງ, ບັນດາໂຮງຮຽນ.

ໂດຍ: ເຈິ່ນຮວ່ຽນ