leftcenterrightdel
ບັນດາຜູ້ແທນແລກປ່ຽນທີ່ການໂອ້ລົມສົນທະນາ. ພາບ: qdnd.vn

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຮ່ວາງຢາງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ໃຫ້ຮູ້ວ່າ: ໄລຍະ 2021-2030, ວິໄສທັດຮອດປີ 2045, ພັກ ແລະລັດ ໄດ້ຕັ້ງຄວາມຫວັງຕໍ່ບົດບາດພື້ນຖານຂອງວິທະຍາສາດ, ເຕັກໂນໂລຢີ ແລະການປ່ຽນແປງໃໝ່ປະດິດຄິດສ້າງ; ຖືວ່ານີ້ແມ່ນ “ບຸກທະລຸຍຸດທະສາດ”,  “ກໍາລັງຫຼັກ” ເພື່ອສ້າງບາດກ້າວບຸກທະລຸດ້ານສະມັດຕະພາບ, ຄຸນນະພາບ,  ປະສິດທິພົນ ແລະຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດ. ຫວຽດນາມ ສູ້ຊົນຮອດປີ 2030 ກາຍເປັນປະເທດກໍາລັງພັດທະນາທີ່ມີອຸດສາຫະກໍາທັນສະໄໝ, ມີລາຍຮັບປານກາງສູງ ແລະ ຮອດປີ 2045 ກາຍເປັນປະເທດພັດທະນາ ແລະມີລາຍຮັບສູງ.

leftcenterrightdel
ມອບລາງວັນໃຫ້ບັນດານັກປະພັນທີ່ຍາດໄດ້ລາງວັນການປະກວດຂໍ້ລິເລີ່ມວິທະຍາສາດ ປີ  2023. ພາບ: qdnd.vn

ທ່ານ ຫງວຽນຮ່ວາງຢາງ  ເນັ້ນໜັກວ່າ ກອງປະຊຸມ ແລະພິທີມອບລາງວັນໃນມື້ນີ້ ແມ່ນສະຖານທີ່ເພື່ອໃຫ້ບັນດານັກວິທະຍາສາດ, ນັກຄຸ້ມຄອງ, ນັກປະພັນ ແລະຜູ້ຕາງໜ້າບັນດາວິສາຫະກິດ ເຊື່ອມໂຍງ, ແລກປ່ຽນ, ຮໍ່າຮຽນ ແລະຕີລາຄາບັນຫາຕົວຈິງທີ່ຫວຽດນາມ ພວມປະເຊີນໜ້າ; ຈາກນັ້ນຮ່ວມກັນຊອກຫາມາດຕະການແກ້ໄຂ, ເພື່ອໃຫ້ວິທະຍາສາດເຕັກໂນໂລຢີ ສາມາດເຂົ້າຮ່ວມຢ່າງເລິກ, ແກ້ໄຂບັນຫາທີ່ວິສາຫະກິດ ແລະສັງຄົມພວມປະສົບຢ່າງດີທີ່ສຸດ; ໜູນຊ່ວຍເພື່ອໃຫ້ວິສາຫະກິດສາມາດແກ່ງແຍ້ງໃນຕະຫຼາດ ແລະນໍາມາເຊິ່ງຄຸນຄ່າເພີ່ມທີ່ດີກວ່າ.

ໃນຂອບເຂດກອງປະຊຸມ ໄດ້ດຳເນີນວາລະປຶກສາຫາລືດ້ວຍຫົວຂໍ້ “ມາດຕະການແກ້ໄຂເພື່ອຊ່ວຍໃຫ້ວິສາຫະກິດພັດທະນາແບບຍືນຍົງ” ແລະ ພິທີມອບລາງວັນການປະກວດຂໍ້ລິເລີ່ມວິທະຍາສາດ ປີ 2023.

ໂດຍ: ທູຈາງ