ນັກຮຽນເກືອບ 15.000 ຄົນ ເຂົ້າຮ່ວມວັນບຸນໃຫ້ຄໍາປຶກສາຮັບສະໝັກນັກຮຽນ-ແນະນຳປະກອບອາຊີບ
ກປ.ອອນໄລ - ວັນທີ 19 ມີນາ, ວັນບຸນໃຫ້ຄໍາປຶກສາຮັບສະໝັກນັກຮຽນ-ແນະນໍາປະກອບອາຊີບ ປີ 2023 ຢູ່ຮ່າໂນ້ຍ ໄດ້ດໍາເນີນຢູ່ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ.
ລາຍການໂດຍໜັງສືພິມຕວຍແຈ້, ກົມສຶກສາມະຫາວິທະຍາໄລ (ກະຊວງສຶກສາ ແລະກໍ່ສ້າງ), ກົມໃຫຍ່ສຶກສາອາຊີບ (ກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມ) ແລະມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ສົມທົບກັນຈັດຕັ້ງ.
    |
 |
ຄະນະໃຫ້ຄໍາປຶກສາຕອບຄຳຖານ, ຄວາມກັງວົນຂອງນັກຮຽນ. ພາບ: ແຄງຮ່າ. |
ທີ່ເຫດການ, ມີນັກຮຽນເກືອບ 15.000 ຄົນ ໄດ້ເຂົ້າຮ່ວມການຊອກຮູ້ຂໍ້ມູນຂ່າວສານຢູ່ 250 ຮ້ານໃຫ້ຄໍາປຶກສາຂອງກວ່າ 100 ມະຫາວິທະຍາໄລ, ວິທະຍາໄລ, ບັນດາຫົວໜ່ວຍສຶກສາ. ຄະນະຈັດຕັ້ງ ໄດ້ຈັດການໃຫ້ຄໍາປຶກສາລວມ, ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານໃຫ້ຄຳປຶກສາ, ເຊິ່ງແມ່ນຜູ້ຕາງໜ້າກະຊວງສຶກສາ ແລະກໍ່ສ້າງ, ກົມໂຮງຮຽນ (ກະຊວງປ້ອງກັນປະເທດ), ກົມກໍ່ສ້າງ (ກະຊວງຕໍາຫຼວດ), ພ້ອມດ້ວຍການນໍາຂອງຫຼາຍໂຮງຮຽນມະຫາວິທະຍາໄລໃຫຍ່ຢູ່ພາກເໜື້ອ. ຄະນະໃຫ້ຄໍາປຶກສາ ໄດ້ຕອບຄຳຖາມ, ຄວາມກັງວົນຂອງນັກຮຽນ ແລະພໍ່ແມ່ນັກຮຽນກ່ຽວກັບການສອບເສັງຈົບຊັ້ນມັດທະຍົມຕອນປາຍ, ກົດລະບຽບການຮັບສະໝັກນັກຮຽນເຂົ້າມະຫາວິທະຍາໄລ, ວິທະຍາໄລ ປີ 2023.
ໂດຍ: ຈາງຫງວຽນ