ມອບທຶນສຶກສາວື່ອາຢິງ ຈໍານວນ 100 ທຶນໃຫ້ລູກຫຼານຊາວຫວຽດນາມ ອາໄສຢູ່ລາວ
ກປ.ອອນໄລ - ຕອນບ່າຍວັນທີ 14 ມີນາ, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳ ລາວ ສົມທົບກັບກອງທຶນສຶກສາ ວື່ອາຢິງ ແລະຄະນະອຳນວຍການສະໂມສອນ “ເພື່ອຮວ່າງຊາ-ເຈື່ອງຊາ ທີ່ຮັກແພງ” ໄດ້ຈັດຕັ້ງພິທີມອບທຶນສຶກສາ 100 ທຶນໃຫ້ນັກຮຽນຊາວຫວຽດນາມ ອາໄສ ຢູ່ລາວ.
ທີ່ພິທີ, ທ່ານ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທ່ານນາງ ເຈືອງມີຮວາ ປະທານກອງທຶນສຶກສາ ວື່ອາຢິງ ພ້ອມດ້ວຍຄະນະຜູ້ແທນທີ່ໄດ້ມອບທຶນສຶກສາ 100 ທຶນໃຫ້ນັກຮຽນທີ່ເປັນລູກຫຼານຊາວຫວຽດນາມ ອາໄສຢູ່ລາວທີ່ປະສົບກັບຄວາມຫຍຸ້ງຍາກ.
    |
 |
ທ່ານນາງ ເຈືອງມີຮວາ ພ້ອມດ້ວຍຄະນະໄດ້ມອບທຶນສຶກສາ 100 ທຶນໃຫ້ນັກຮຽນທີ່ເປັນລູກຫຼານຊາວຫວຽດນາມ ອາໄສຢູ່ລາວ. ພາບ: ຈິ້ງຢຸງ |
ເນັ້ນໜັກວ່າ, ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ແມ່ນປະຊາຄົມທີ່ສະໜິດຕິດພັນ, ຮັກແພງ, ສາມັກຄີ, ເຖິງວ່າດຳລົງຊີວິດຢູ່ໄກຈາກບ້ານເກີດເມືອງນອນກໍ່ຕາມ, ແຕ່ຍາມໃດກໍ່ເປັນຈິດໜຶ່ງໃຈດຽວຄິດເຖິງປະເທດຊາດ, ທ່ານນາງ ເຈືອງມີຮວາ ໃຫ້ຮູ້ວ່າ: ທຶນການສຶກສາ 100 ທຶນ ແມ່ນຂອງຂວັນມອບໃຫ້ບັນດານັກຮຽນທີ່ເປັນລູກຫຼານຊາວຫວຽດນາມ ອາໄສຢູ່ລາວ, ຫວັງວ່າ ພວກລູກຫຼານຍາມໃດກໍ່ມານະພະຍາຍາມສູ້ຊົນຮ່ຳຮຽນ ແລະສືບຕໍ່ປະກອບສ່ວນໃຫ້ແກ່ປະເທດເພື່ອນລາວ ແລະການພົວພັນແບບພິເສດຫວຽດນາມ - ລາວ.
ເນື່ອງໃນໂອກາດນີ້, ທ່ານນາງ ເຈືອງມີຮວາ ແລະຄະນະໄດ້ມອບທຶນສຶກສາ 100 ທຶນ, ທຶນລະມີມູນຄ່າ 50 ໂດລາສະຫະລັດໃຫ້ແກ່ນັກຮຽນປະຖົມ ແລະມັດທະຍົມຕອນຕົ້ນທີ່ເປັນລູກຫຼານຊາວຫວຽດນາມ ອາໄສຢູ່ລາວ. ໃນນັ້ນ, ມີທຶນສຶກສາ 30 ທຶນ ໃຫ້ນັກສຶກສາຢູ່ນະຄອນຫຼວງວຽງຈັນ, ສ່ວນ 70 ທຶນຍັງເຫຼືອ ແມ່ນໃຫ້ແກ່ນັກຮຽນທີ່ເປັນລູກຫຼານຊາວຫວຽດນາມ ອາໄສໃນທົ່ວປະເທດລາວ.
ໂດຍ: ທະນາພອນ