ເປີດຕົວຊຸດປຶ້ມກ່ຽວກັບພົນຕີ ດົ່ງສີງວຽນ
ກປ.ອອນໄລ - ຕອນບ່າຍວັນທີ 20 ກຸມພາ, ຢູ່ຮ່າໂນ້ຍ, ສຳນັກພິມຈຳໜ່າຍກອງທັບປະຊາຊົນ ໄດ້ດຳເນີນການພົບປະສື່ມວນຊົນ ເປີດຕົວຊຸດປື້ມລະນຶກວັນຄ້າຍວັນເກີດພົນຕີ ດົ່ງສີງວຽນ ຄົບຮອບ 100 ປີ (1-3-1923 / 1-3-2023).
    |
 |
ຜູ້ຕາງໜ້າຄອບຄົວພົນຕີ ດົ່ງສີງວຽນ ມອບຊຸດປຶ້ມໃຫ້ແກ່ການນຳສຳນັກພິມຈຳໜ່າຍກອງທັບປະຊາຊົນ. ພາບ: ຮວ່າງຮວ່າງ |
ຊຸດປຶ້ມລວມມີ 3 ຫົວ: ຄວາມຊົງຈຳ “ເລືອກເອົາເສັ້ນທາງດຽວ”; “ດົ່ງສີງວຽນ-ນິພົນຄົບຊຸດ” ແລະປຶ້ມຮູບພາບ “ພົນຕີ ດົ່ງສີງວຽນ-ຜູ້ບັນຊາການທະຫານເຈື່ອງເຊີນ”. ພາຍຫຼັງດຳເນີນການສະສົມເອກະສານ, ຮຽບຮຽງ, ບັນນາທິການ, ພິມຈຳໜ່າຍເປັນເວລາໜຶ່ງປີ, ຊຸດປຶ້ມໄດ້ສຳເລັດດ້ວຍເນື້ອໃນລະອຽດລະອໍ, ມີວິທະຍາສາດ, ຮູບແບບງາມ. ຊຸດປຶ້ມໄດ້ວາດພາບຢ່າງມີຊີວິດຊີວາ, ຫຼາຍແງ່ມຸມ, ຮອບດ້ານກ່ຽວກັບພົນຕີ ດົ່ງສີງວຽນ-ຜູ້ບັນຊາການທະຫານເຈື່ອງເຊີນ ຜູ້ທີ່ໄປມາຜ່ານທຸກເສັ້ນທາງ, ສະຖານທີ່ສູ້ຮົບທີ່ຂ້ຽວຂາດໃນສົງຄາມ; ຜູ້ນຳທີ່ສຸດຈິດສຸດໃຈດ້ວຍບັນດາກິດຈະການຄົມມະນາຄົມ, ອຸດສາຫະກຳເພື່ອພັດທະນາປະເທດ ໃນໄລຍະສັນຕິພາບ.
ໂດຍ: ແສງເດືອນ