ຕອນເຊົ້າວັນທີ 11 ມັງກອນ, ຢູ່ເມືອງໜອງບົກ, ແຂວງຄຳມ່ວນ (ພາກກາງລາວ), ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ໄດ້ສົມທົບກັບກະຊວງສຶກສາທິການ ແລະກິລາລາວ ພ້ອມກັບອຳນາດການປົກຄອງແຂວງຄຳມ່ວນ ຈັດຕັ້ງພິທີມອບ-ຮັບໂຮງຮຽນມັດທະຍົມຕອນປາຍ - ວິຊາຊີບຕົວແບບມິດຕະພາບ ລາວ - ຫວຽດນາມ.

leftcenterrightdel
ບັນຍາກາດທີ່ພິທີມອບ-ຮັບ. ພາບ: ຫາຍຕ໊ຽນ

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຮຶວໂດະ  ຮອງລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ເນັ້ນໜັກວ່າ ໂຮງຮຽນມັດທະຍົມຕອນປາຍ - ວິຊາຊີບຕົວແບບມິດຕະພາບ ລາວ - ຫວຽດນາມ ແມ່ນຂອງຂວັນ ຈາກພັກ, ລັດ ແລະປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະປະຊາຊົນ ລາວ, ອີກຄັ້ງໜຶ່ງໄດ້ ຢັ້ງຢືນຄວາມເອົາໃຈໃສ່ຂອງພັກ, ລັດຖະບານຫວຽດນາມ ທີ່ມີຕໍ່ຂະແໜງການສຶກສາເວົ້າສະເພາະ ແລະການຮ່ວມມືມິດຕະພາບແບບ ພິເສດລະຫວ່າງສອງປະເທດເວົ້າລວມ.

ໂດຍຕາງໜ້າໃຫ້ລັດຖະບານລາວ ຮັບໂຄງການ, ທ່ານນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ ຢັ້ງຢືນວ່າໂຄງການຈະປະກອບສ່ວນພັດທະນາຂະແໜງການສຶກສາ ແລະສ້າງວຽກເຮັດງານທຳໂດຍກົງໃຫ້ແກ່ປະຊາຊົນແຂວງຄຳມ່ວນ ແລະບັນດາແຂວງໃກ້ຄຽງທີ່ມີໂອກາດໄດ້ຮັບການ ບຳລຸງສ້າງອາຊີບ ແລະທັກສະປະສົບການພຶດຕິກຳຕົວຈິງ. ຜ່ານນັ້ນ, ບໍ່ພຽງແຕ່ມີເງື່ອນໄຂ ແລະໂອກາດພັດທະນາຕົນເອງຕື່ມອີກເທົ່ານັ້ນ, ຫາກຍັງປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງລາວອີກດ້ວຍ.

ໂດຍ: ທະນາພອນ