10 ມະຫາວິທະຍາໄລເສດຖະກິດຕົກລົງແລກປ່ຽນນັກສຶກສາ
ກປ.ອອນໄລ - ວັນທີ 29 ຕຸລາ, ຢູ່ຮ່າໂນ້ຍ, 10 ມະຫາວິທະຍາໄລໃຫຍ່ທີ່ກໍ່ສ້າງກ່ຽວກັບເສດຖະກິດໃນທົ່ວປະເທດໄດ້ຈັດຕັ້ງການໂອ້ລົມສົນທະນາ ແລະເຊັນບົດບັນທຶກວ່າດ້ວຍການຮ່ວມມືນຳກັນ.
ລວມມີໂຮງຮຽນ: ມະຫາວິທະຍາໄລເສດຖະກິດແຫ່ງຊາດ, ມະຫາວິທະຍາໄລເສດຖະກິດນະຄອນໂຮ່ຈີມິນ, ມະຫາວິທະຍາໄລການຄ້າຕ່າງປະເທດ, ມະຫາວິທະຍາໄລການຄ້າ, ສະຖາບັນທະນາຄານ, ສະຖາບັນການເງິນ, ສະຖາບັນນະໂຍບາຍ ແລະພັດທະນາ, ມະຫາວິທະຍາໄລເສດຖະກິດ (ຂຶ້ນກັບມະຫາວິທະຍາໄລເຫວ້), ມະຫາວິທະຍາໄລເສດຖະກິດ (ຂຶ້ນກັບມະຫາວິທະຍາໄລດ່ານັ້ງ), ມະຫາວິທະຍາໄລເສດຖະກິດ (ຂຶ້ນກັບມະຫາວິທະຍາໄລແຫ່ງຊາດຮ່າໄນ້ຍ).
    |
 |
ພິທີເຊັນບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງ 10 ໂຮງຮຽນມະຫາວິທະຍາໄລ. ພາບ: hanoimoi.com.vn |
ຕາມນັ້ນແລ້ວ, ບັນດາໂຮງຮຽນໄດ້ຈັດຕັ້ງການແລກປ່ຽນນັກສຶກສາ (ນັກສໍາມະນາກອນ) ຊຸດຕ່າງໆ ຜ່ານຊຸດຮຽນໄລຍະຍາວ (ປະມານ 15 ອາທິດ) ແລະຊຸດຮຽນໄລຍະສັ້ນ (ປະມານ 3-8 ອາທິດ). ນອກຈາກຮຽນຢູ່ຫ້ອງແລ້ວ, ບັນດານັກສຳມະນາກອນສາມາດເຂົ້າຮ່ວມຝຶກງານ, ຄົ້ນຄວ້າພາຍໃຕ້ການແນະນໍາຂອງຄູສອນຢູ່ໂຮງຮຽນທີ່ຮັບນັກສຶກສາ. ໂຮງຮຽນທີ່ຮັບນັກສຶກສາຈັດຕັ້ງການເຄື່ອນໄຫວຕົວຈິງຫຼາຍ, ພົບປະແລກປ່ຽນວັດທະນະທໍາ... ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະມີກຳນົດເວລາ 5 ປີ.
ໂດຍ: ຈາງຫງວຽນ